
ເນຶ່ອງໃນໂອກາດການເຄຶ່ອນໄຫວຊຸກຍູ້ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານຊື່ເອເລັກໂຕນິກ(ເວັບໄຊ) ທີ່ ແຂວງຈໍາປາສັກ, ໃນຕອນບ່າຍ ຂອງວັນທີ 9 ມິຖຸນາ 2025 ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳວຽກງານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ວັນຕຸລາ ຮັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຫົວໜ້າ ແລະ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າພົບປະ ແລະ ເຮັດຮ່ວມກັບທ່ານ ອະລຸນໄຊ ສູນນະລາດ ເລຂາພັກແຂວງ,ເຈົ້າແຂວງຈຳປາສັກ.


ໂອກາດນີ້ທ່ານ.ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ລາຍງານກ່ຽວກັບຈຸດປະສົງໃນການລົງມາເຄຶ່ອນໄຫວເຮັດວຽກໃນຄັ້ງນີ້ກໍ່ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມເວົ້່າລວມ,ເວົ້າສະເພາະກໍ່ຄືການນໍາໃຊ້ຊື່ທີ່ທັນສະໄໝ(ເວັບໄຊ໋) ເຂົ້າໃນວຽກງານໂຄສະນານັບແຕ່ສູນກາງຮອດທ້ອງຖິ່ນເພື່ອສ້າງບາດກ້າວຫັນປຽ່ນໄໝ່ຂອງວຽກງານການເມືອງ-ແນວຄິດຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາອົບຮົມໃຫ້ເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍົກ4.0 ແລະ ເພື່ອຍົກລະດັບຄວາຍຮູ້ໃຫ້ກັບພະນັກງານວິຊາການຂອງຄະນະໂຄສະນາອົບຮົມແຂວງ,ເມືອງໃຫ້ນັບມື້ສູງຂື້ນ ແລະ ມີຄວາມເຂົ້າໃຈເລິກເຊິ່ງເຖິງບົດບາດຂອງເຕັກໂນໂລຊີຂ່າວສານໃນປະຈຸບັນ.



# ຈາກນັ້ນ, ທ່ານ ອະລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ກໍ່ໄດ້ສະແດງຄວາມຍິນດີໃນການລົງມາເຄຶ່ອນໄຫວເຮັດວຽກໃນຄັ້ງນີ້ເຊິ່ງທ່ານກໍ່ໄດ້ລາຍງານໂດຍຫໍ້ຍກ່ຽວກັບການນໍາພາ-ຊີ້ນໍາວຽກງານໃນແຕ່ລະດ້ານໃນການຈັດຕັ້ງຜັນຂະຫຍາຍມະຕິຂອງສູນກາງພັກ, ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດສັງຄົມໃນໄລຍະຜ່ານມາທີ່ມີຜົນສຳເລັດ, ພົ້ນເດັ່ນ ແລະ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ມີຄວາມສາມັກຄີເປັນປຶກແຜ່ນພ້ອມກັນຍົກສູງຄວາມຮັບຜິດຊອບວຽກງານກ່ນເມືອງ-ແນວຄິດໃຫ້ດີຂື້ນເທື່ອລະກ້າວ.