ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງໄດ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023

     ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ 2023 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ທັນວາ 2023 ທີ່ຫ້ອງປະຈຳການຫົວໜ້າຄະນະໂຄສະນາອົບຮົມແຂວງ. ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

ມີສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາສະຫາຍໃນຄະນະພັກ, ຄະນະກຳມະການປະເມີນຜົນຂັ້ນແຂວງ, ບັນດາສະມາຊິກພັກສົມບູນ, ສຳຮອງຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ບົວສອນ  ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດລາຍງານຜົນການປະເມີນໜ່ວພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.ຈາກນັ້ນ ທ່ານ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບ ປະຈຳປີ 2023 ຂອງໜ່ວຍພັກ ແລະ ສະຫາຍ ປອ ວັນນະລາ ສຸດທິຈັກ ປະທານກວດກາ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນຜ່ານບົດສຳຫຼວດນຳພາລວມຂອງຄະນະໜ່ວຍພັກ.

ໃນຕອນທ້າຍ ປະທານກອງປະຊຸມ ກໍ່ໄດ້ເນັ້ນເຖິງຄວາມໝາຍຄວາມສຳຄັນ:

  1. ພາຍໃນຄະນະພັກ ຕ້ອງໄດ້ເພີ່ມທະວີຄວາມສາມັກຄີຢ່າງແໜ້ນແຟ້ນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່, ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
  2. ພະນັກງານ-ສະມາຊິກພັກ ທີ່ເປັນເສນາທິການໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ຕ້ອງໄດ້ເຂົ້າໃຈຢ່າງເລິກເຊິ່ງໃນການພັດທະນາຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຫ້າວຫັນ, ພັດທະນາແບບແຜນວິທີເຮັດວຽກ ເພື່ອຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃຫມ່.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa