ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X

           ໃນວັນທີ 9 ເມສາ 2025, ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ X ຂຶ້ນຢູ່ຫ້ອງປະຊຸມຫ້ອງການຄະນະ​ໂຄສະນາອົບຮົມແຂວງ ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ.ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າ​ຄະນະໂຄສະນາອົບຮົມແຂວງ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ IX​, ສະຫາຍ ບຸນມີ​ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ. ມີຄະນະບຸກຄະລາກອນຂັ້ນແຂວງ, ຄະນະໜ່ວຍພັກຮາກຖານອ້ອມຂ້າງແຂວງ ແລະ ຜູ້ແທນສົມບູນພາຍໃນໜ່ວຍພັກຮາກຖານດັ່ງກ່າວເຂົ້າຮ່ວມ.​

           ໃນກອງປະຊຸມ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ IX​ ໄດ້ກ່າວເປີດກອງປະຊຸມ​ ພ້ອມທັງ​ຜ່ານບົດລາຍງານການເມືອງທັງ 2 ພາກ ໂດຍຕີລາຄາສະພາບການຈັດຕັ້ງປະຕິບັດການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງໜ່ວຍພັກຮາກຖານ ໃນໄລຍະ 5 ປີ ຜ່ານມາ (2020 – 2025) ເຊິ່ງຍົກໃຫ້ເຫັນສະພາບລວມ, ທີ່ຕັ້ງ, ພາລະບົດບາດ ແລະ ໂຄງປະກອບຂອງໜ່ວຍພັກຮາກຖານ, ສະພາບການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ.​ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກເອກະລາດໜຶ່ງ ທີ່ຢູ່ພາຍໃຕ້ການນໍາພາ​ – ຊີ້ນໍາໂດຍກົງຂອງອົງຄະນະພັກແຂວງ,​ ມີພາລະບົດບາດ, ສິດ,​ ໜ້າທີ່ ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ ທາງດ້ານການເມືອງ​ – ແນວຄິດ, ຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມບັນດາມະຕິຂອງຄະນະບໍລິຫານງານສູນກາພັກ, ມະຕິຂອງຄະນະບໍລິຫານງານພັກແຂວງ, ການຕິດຕາມ, ການຊຸກຍູ້, ສັງລວມການຈັດຕັ້ງປະຕິບັດເຜີຍແຜ່, ເຊື່ອມຊຶມ ມະຕິຕ່າງໆຂອງພັກ​ເວົ້າລວມ, ເວົ້າສະເພາະ​ ແມ່ນມີພາລະບົດບາດໃນການນໍາພາ​ – ຊີ້ນໍາ 4 ຂະແໜງການ, ສາມອົງການຈັດຕັ້ງມະຫາຊົນ​ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງໜ່ວຍພັກ.​ ພ້ອມນີ້,​ ຍັງຍົກໃຫ້ເຫັນການນໍາພາທາງດ້ານເສດຖະກິດ -​ ສັງຄົມ​, ການພົວພັນ – ຮ່ວມມືກັບຕ່າງປະເທດ,​ ການນໍາພາ​ແຜນພັດທະນາຂະແໜງການຂົງເຂດຕົນຮັບຜິດຊອບ ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ການນໍາພາ​ວຽກງານປ້ອງກັນຊາດ -​ ປ້ອງກັນ​ຄວາມ​ສະຫງົບ​ ແລະ​ ປ້ອງກັນສໍານັກງານ​ຮອບດ້ານ​; ວຽກງານກໍ່ສ້າງພັກ​ -​ ພະນັກງານ; ວຽກງານ​ຄຸ້ມຄອງ​ປ້ອງກັນ​ພັກ​ -​ ພະນັກງານ​ ແລະ​ ວຽກງານການເງິນຂອງພັກ.​ ປັດຈຸບັນ​ ມີສະມາຊິກ​ພັກ​ທັງໝົດ ​32​ ສະຫາຍ,​ ຍິງ​ 16​ ສະຫາຍ,​ ໃນນັ້ນ​ ສະມາຊິກພັກ​ສຳຮອງ​ 2 ສະຫາຍ​(ຍິງ). ໃນກອງປະຊຸມ​ ຍັງໄດ້ຜ່ານທິດທາງແຜນການ ແລະ ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ. ຕໍ່ມາ, ຄະນະໜ່ວຍພັກຮາກຖານຊຸດເກົ່າ ກໍໄດ້ຜ່ານບົດສຳຫຼວດການນໍາພາລວມ ແລະ ກ່າວລາໜ້າທີ່.

ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກຖານ​ຄະນະໂຄສະນາອົບຮົມ​ແຂວງ​ ຊຸດໃໝ່ ບົນພື້ນຖານຄວາມຖືກຕ້ອງ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 5 ສະຫາຍ,​ ຍິງ​ 1 ສະຫາຍ​, ໃນນັ້ນ ເລືອກເອົາ 3 ສະຫາຍ. ຜ່ານການປ່ອນບັດຕົວຈິງ ສາມາດເລືອກໄດ້ຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ X ຈໍານວນ​ 3 ສະຫາຍ,​ ຍິງ​ 1​ ສະຫາຍ​; ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະສັນຢ່າງສົມບູນ ເລືອກເອົາເລຂາ, ຮອງເລຂາໜ່ວຍພັກຮາກຖານ​ ແລະ​ ປະທານກວດກາໜ່ວຍພັກຮາກຖານ ຄື:
1. ສະຫາຍ​ ບົວສອນ ວົງຫາຈັກ ເປັນເລຂາໜ່ວຍພັກຮາກຖານ​ຄະນະໂຄສະນາອົບຮົມແຂວງ ສະໄໝທີ​ X
2.ສະຫາຍ ປອ.ວັນນະ​ລາ​ ສຸດທິຈັກ ເປັນຮອງເລຂາໜ່ວຍພັກຮາກຖານ
3.ສະຫາຍ ນາງ ພອນທິບ​ ແກ້ວປະເສີດ ເປັນປະທານກວດກາ ໜ່ວຍພັກຮາກຖານ.
ໃນຕອນທ້າຍກອງປະຊຸມ ສະຫາຍ ປອ.ສຸປານີ​ ສີລິປຸນໂຍ ປະທານກອງປະຊຸມ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa