
ແຂວງຈໍາປາສັກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ(22 ມີນາ 1955-22 ມີນາ 2025) ຂຶ້ນໃນວັນທີ 21-22 ມີນາ 2025 ທີ່ສະໂມສອນຂອງແຂວງ ຫັກ4, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ອາລຸນໄຊ ສູນນະລາດກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ມີທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີການນໍາຂອງແຂວງ, ອະດີດພະນັກງານການນໍາອາວຸໂສບໍານານ, ມີພະແນກການຂອງແຂວງ, ກໍາລັງ ປກຊ-ປກສ, 9 ເມືອງ, ນະຄອນປາກເຊ ແລະ ສະຖາບັນການສຶກສາເຂົ້າຮ່ວມ.



ໂດຍໄດ້ມີການຈັດຫຼາຍກິດຈະກຳທີ່ສໍາຄັນຄື: ໃນວັນທີ 21 ມີນາ 2025 ໄດ້ມີຈັດພິທີປະດັບຫຼຽນກາລະນຶກ 70 ປີ, ໂດຍທ່ານ ສະນັ່ນ ສີພາພົມມະຈັນ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ແຂວງຈໍາປາສັກ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນທັງໝົດ 2,349 ສະຫາຍ ຄື:
1. ສະມາຊິກພັກ ບໍານານຈໍານວນ 1,121 ສະຫາຍ ຍິງ 188 ສະຫາຍ;
2. ສະມາຊິກພັກ ປະຈຳການ ຈໍານວນ 1,228 ສະຫາຍ ຍິງ 86 ສະຫາຍ.
ໂອກາດນີ້ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດກ່າວ ບົດສັນລະເສີນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍພັກປະຊາຊົນປະຕິວັດລາວ ແມ່ນກອງນໍາຫນ້າທີ່ມີການຈັດຕັ້ງ, ແມ່ນອົງການນໍາພາສູງສຸດຂອງຊົນຊັ້ນກໍາມະ ກອນ, ຊາວລາວຜູ້ອອກແຮງງານບັນດາເຜົ່າ. ນັບແຕ່ມື້ສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວພັກເຮົາໄດ້ນໍາພາຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ, ປັນຍາຊົນປະຕິວັດ ຜ່ານຜ່າແປວໄຟສົງຄາມ ອັນລະອິດລະອ້ຽວ ແລະ ສ່ຽງເປັນສ່ຽງຕາຍໃນທ່າມກາງການຮຸກຮານ ແລະ ກົດຂີ່ຂູດຮີດ ທີ່ໂຫດຮ້າຍສາມານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ. ຊົນຊັ້ນກໍາມະກອນ ໄດ້ຜ່ານສິ່ງທົດສອບ, ຊຸບຫຼໍ່ໃນທ່າມກາງຄວາມຫຍຸ້ງຍາກແສນລໍາບາກ ແລະ ທຸລະກັນດານ, ຜ່ານພະຍຸລົມແດງ ຊຶ່ງມີທັງຄວາມ ໂສກເສົ້າ ແລະ ຮອຍຍິ້ມ, ມີທັງໄຊຊະນະ ແລະ ແສນສາຫັດ. ແຕ່ດ້ວຍມານະຈິດອົດທົນ, ຕໍ່ສູ້ບໍ່ຍອມຈໍານົນ, ການທຸ້ມເທທີ່ບໍ່ຮູ້ອິດເມື່ອຍ, ບໍ່ທໍ້ຖອຍ, ບໍ່ງໍ້ຫງ່ຽງ, ຊົນຊັ້ນກໍາມະກອນໄດ້ປະຕິບັດຫນ້າທີ່ ຄຽງບ່າ ຄຽງໄລ່ ກັບພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານ ຂອງພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃຫມ່ ແລະ ລູກແຫຼ້ງຕີນມື, ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ກ້າວໄປເຖິງໄຊຊະນະອັນຍິ່ງໃຫຍ່ດັງກ້ອງກັງວານໃນທົ່ວໂລກ, ສາມາດລຶບລ້າງລະບອບສັກດີນາ-ຂຸນເສິກ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ, ປະຊາຊົນລາວ ບັນດາເຜົ່າໄດ້ກາຍເປັນເຈົ້າຂອງ ປະເທດຊາດຢ່າງແທ້ຈິງ, ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ປະເທດຊາດພວກເຮົາໄດ້ກ້າວສູ່ສັງກາດໃຫມ່, ສັງກາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ, ນໍາເອົາ ຄວາມຈະເລີນວັດທະນາ ແລະ ຄວາມຮັ່ງມີຜາສຸກມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.


ຈາກນັ້ນ ສະຫາຍ ອາລຸນໄຊ ສູນນະລາດ ໄດ້ໃຫ້ກຽດປະດັບຫຼຽນໄຊ ໃຫ້ກັບສະມາຊິກພັກ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ. ພ້ອມນີ້ຍັງໄດ້ມີການຮັບຊົມການສະແດງສີລະປະ, ເບິ່ງການວາງສະແດງຮູບພາບ ແລະ ທ່ຽວຊົມຮ້ານວາງສະແດງສິນຄ້າອີກດ້ວຍ




ໃນວັນທີ 22 ມີນາ 2025 ໄດ້ມີພິທີວາງພວງມະລາຢູ່ອະນຸສາວະລີນັກຮົບນິລະນາມ, ວາງກະຕ່າດອກໄມ້ສອນສະຖານ ປະທານໄກສອນ ພົມວິຫານ ທີ່ເດີນສະໜາມແດງ ນະຄອນປາກເຊ, ຈາກນັ້ນ, ກໍເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ 22 ມີນາ 1955-22 ມີນາ 2025 ທີ່ນະຄອນ ຫຼວງວຽງຈັນ. ຜ່ານການຖ່າຍທອດສົດທາງໄກຮັບຊົມໃນທົ່ວປະເທດ, ໂດຍແມ່ນສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດກ່າວສູນທອນພົດ ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງພັກໃນແຕ່ລະໄລຍະ ຈົນສາມາດນໍາພາປະເທດຊາດ ແລະ ປະຊາຊົນ ກ້າວສູ່ຄວາມສີວິໄລໃນປັດຈຸບັນ. ຢູ່ທີ່ສະໂມສອນຂອງແຂວງ ໂດຍມີສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ຈໍາປາສັກ, ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະແນກການຂອງແຂວງ, ກໍາລັງ ປກສ-ປກຊ, ສະຖາບັນການສຶກສາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
