
ໃນຕອນບ່າຍຂອງວັນທີ 13 ສິງຫາ 2025 ຢູ່ທີ່ສະໂມສອນຂອງແຂວງຈໍາປາສັກ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິຄົບຄະນະຄັ້ງທີ 10 ສະໄໝທີ XI ຂອງພັກ, ມະຕິຄົບຄະນະຄັ້ງທີ 16 ສະໄໝທີ VIII ຂອງແຂວງ, ຕິດພັນກັບການປາຖະກະຖາມູນເຊື້ອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 80 ປີ ແລະ 50 ປີ, ວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 34 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 58 ປີ ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 43 ປີຂຶ້ນ; ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ.
ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ,ນະຄອນ, ພະນັກງານອາວຸໂສບໍານານ, ຄະນະພັກ ປກຊ-ປກສ, ຄະນະພັກຮາກຖານ, ຄະນະໜ່ວຍພັກ,ພະແນກການກົມກອງອ້ອມຂ້າງແຂວງ, ຕາງໜ້າສະມາຄົມຫວຽດ, ສະມາຄົມຈີນ, ນັກທຸລະກິດຜູ້ປະກອບການຂອງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນກອງປະຊຸມ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ ໄດ້ຜັດປ່ຽນຂຶ້ນເຜີຍແຜ່ເນື້ອໃນເອກະສານ, ເຊິ່ງຍົກໃຫ້ເຫັນການສະຫຼຸບຕີລາຄາຜົນງານການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຄັ້ງທີ 9 ຂອງພັກ, ມະຕິຄົບຄະນະຄັ້ງທີ 15 ຂອງແຂວງ, ຜົນການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ 3 ຂັ້ນ ແລະ ກຳນົດແຜນຍຸດທະສາດໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ພ້ອມນັ້ນ ພໍຍົກໃຫ້ເຫັນມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນຂອງການສ້າງຕັ້ງວັນສໍາຄັນດັ່ງກ່າວ.


ໃນຕອນທ້າຍ ສະຫາຍ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງໄດ້ກ່າວວ່າ: ກອງປະຊຸມມື້ນີ້ເປັນການຫວນຄືນແນວຄິດໃຫ້ສະມາໍິກພັກ, ພະນັກງານທຸກຂັ້ນ ເພື່ອກະກຽມເຂົ້າສູ່ກອງປະຊຸມໃຫຍ່ຂອງແຂວງ, ເຊີ່ງຍົກໃຫ້ເຫັນສີ່ງທ້າຍທາຍໃນການສ້າງສາ ແລະ ພັດທະນາປະເທດຊາດແຕ່ອາດີດເຖິງປັດຈຸບັນ ແລະ ຢາກເນັ້ນໃນບາງບັນຫາດັ່ງນີ້:
1. ໃຫ້ພະນັກງານນໍາພາທີ່ປະຈໍາການ, ພະນັກງານອາວຸໂສບໍານານນຳເອົາເນື້ອໃນຈິດໃຈມະຕິຂອງພັກ,ຂອງແຂວງ,ມູນເຊື້ອວັນສຳຄັນດັ່ງກ່າວໄປປັບໃຊ້ໃນວຽກງານ ແລະ ນໍາໄປເຜິຍແຜ່ ໃຫ້ພະນັກງານລັດຖະການ, ປະຊາຊົນບັນດາເຜົ່າຮັບຮູ້ ໂດຍຄັດຈ້ອນໃຫ້ຖືກຕ້ອງເໝາະສົມຕາມວຽກງານຂົງເຂດຄວາມຮັບຜິດຊອບ.
2. ສືບຕໍ່ປັບປຸງຮາກຖານການເມືອງໃຫ້ໜັກແໜ້ນ ເຂັ້ມແຂງ ເພື່ອເປັນກຳລັງແຮງໃນການນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານຢ່າງມີຜົນສໍາເລັດສູງ.
3. ພ້ອມກັນເຕົ້າໂຮມຄວາມສາມັກຄີ ເພື່ອກະກຽມໃສ່ກອງປະຊຸມຂອງແຂວງໃຫ້ມີຄວາມພ້ອມສູງ ໂດຍເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຍູ້ແຮງການສ້າງຂະບວນການເພື່ອຄວາມສະອາດສວຍງາມ, ຄວາມສະຫງົບປອດໄພໃນທົ່ວສັງຄົມ, ສຸມໃສຈັດຕັ້ງປະຕິບັດ ມະຕິທ້າຍສະໄໝ, ເອົາໃຈໃສ່ຄົ້ນຄວ້າ, ກໍານົດບຸກຄະລາກອນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ, ໃນຕອນທ້າຍ ສະຫາຍປະທານກອງປະຊຸມ ຍັງໄດ້ມອບຂອງຂວັນໃຫ້ການພະນັກງານບໍານານຕື່ມອີກ.

