ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ກໍລະກົດ 2026 ຢູ່ສະໂມສອນເມືອງໂຂງ. ກອງປະຊຸມໄດ້ໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ; ໂດຍມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເລຂາພັກ 9 ເມືອງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ ແລະ ຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ປອ. ອາລຸນໄຊ ສູນນະລາດ ໄດ້ກ່າວໄຂກອງປະຊຸມ ເຊິ່ງມີບາງຕອນສຳຄັນກ່າວວ່າ: ກອງປະຊຸມຄົບຄະນະໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ຄະນະບໍລິຫານງານພັກແຂວງ ຈັດຂຶ້ນຢູ່ເມືອງໂຂງ ໂດຍຈະດຳເນີນໄປເປັນເວລາ 2 ວັນ (23–24 ກໍລະກົດ 2026). ກອງປະຊຸມຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝທີ IX, ໂດຍສະເພາະແມ່ນການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 6 ເດືອນຕົ້ນປີ 2026 ທີ່ຜ່ານມາ, ພ້ອມທັງຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2026.



# ສໍາລັບບັນດາວຽກງານສຳຄັນທີ່ຈະໄດ້ຄົ້ນຄວ້າໃນກອງປະຊຸມ ປະກອບມີ:
– ດ້ານເສດຖະກິດ-ສັງຄົມ: ປະເມີນການນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ, ແຜນດັດແກ້ ແລະ ທິດທາງຊີ້ນຳ-ນຳພາ 6 ເດືອນທ້າຍປີ 2026.
– ດ້ານການບໍລິຫານລັດ: ເນັ້ນການນຳພາຈັດຕັ້ງປະຕິບັດວຽກງານຫັນເປັນທັນສະໄໝ ໃນການບໍລິຫານລັດຂອງພະແນກການ, ບັນດາເມືອງ ແລະ ນະຄອນ.
– ດ້ານຍຸຕິທຳ ແລະ ກົດໝາຍ: ການສ້າງສະຕິເຄົາລົບລະບຽບກົດໝາຍ, ການດຳເນີນຄະດີຕາມຂະບວນການຍຸຕິທຳ ແລະ ການປະຕິບັດຄຳຕັດສິນຂອງສານ ໃນໄລຍະ 6 ເດືອນຜ່ານມາ ພ້ອມທັງທິດທາງ 6 ເດືອນທ້າຍປີ.
– ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ): ການນຳພາຈັດຕັ້ງປະຕິບັດວຽກງານ ປກຊ ຕິດພັນກັບການເຄື່ອນໄຫວວຽກງານປ້ອງກັນຊາຍແດນ, ວຽກງານປະຈຳການກຽມພ້ອມສູ້ຮົບ ແລະ ການຝຶກອົບຮົມຫັດແອບກຳລັງກອງຫຼອນ ປະຈຳປີ 2026.
– ການແກ້ໄຂປະກົດການຫຍໍ້ທໍ້: ສຸມໃສ່ການສະກັດກັ້ນ ແລະ ແກ້ໄຂກຸ່ມສະແກມເມີ (Scammer) ທົ່ວແຂວງ ໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ 2026.
– ການປັບປຸງກົງຈັກ ແລະ ຮັບມືໄພພິບັດ: ການນຳພາປັບປຸງກົງຈັກການຈັດຕັ້ງພັກ-ລັດ ຂັ້ນແຂວງ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການປົກຄອງຕາແສງ, ການກະກຽມຄວາມພ້ອມຮັບມືກັບສະພາບໄພພິບັດ ແລະ ມາດຕະການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ.
– ການກວດກາພັກ: ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄລຍະ 6 ເດືອນຕົ້ນປີ 2026 ແລະ ການສຳຫຼວດບຸກຄົນໃນຄະນະບໍລິຫານງານພັກແຂວງ.




