ແຂວງຈຳປາສັກ ຈັດພິທີປາຖະກະຖາ ລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ( 8 ກຸມພາ 1924-2024 ) ຄົບຮອບ 100 ປີ

         ລະນຶກ 100 ປີ ວັນເກີດ ປະທານ ຄຳໄຕ ສີພັນດອນ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງປະຊາຊົນລາວ ລູກຮັກຫຼານປະເສີດຄວນຮໍ່າຮຽນເອົາບົດຮຽນດີເລີດຂອງທ່ານຜູ້ນຳ. ໃນຕອນເຊົ້າ ຂອງວັນທີ 6 ກຸມພາ 2024 ແຂວງຈຳປາສັກ ຈັດພິທີປາຖະກະຖາ ລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ( 8 ກຸມພາ 1924-2024 ) ຄົບຮອບ 100 ປີ ຈັດຂຶ້ນທີ່ສະໂມສອນຂອງແຂວງ; ໂດຍການໃຫ້ກຽດເປັນປະທານ ບັນລະຍາຍເອກະສານ ຂອງທ່ານ ປອ ວິໄລວົງ ບຸດດາຄຳ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ; ເຂົ້າຮ່ວມມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີ ອາດີດການນຳຂອງແຂວງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະງົບ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ, ພະນັກງານນຳພາຄຸ້ມຄອງຂອງແຂວງ ເຂົ້າຮ່ວມຮັບຟັງທັງໝົດ 430 ທ່ານ, ຍິງ 160 ທ່ານ.

        ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນທຳອິດ ຂອງການປະຕິວັດລາວ, ໄດ້ຮ່ວມກັບຜູ້ນຳຄົນອື່ນໆ ນຳພາພາລະກິດຕໍ່ສູ້ປົດປ່ອຍຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພິ່ນເປັນຜູ້ນຳທີ່ມີນ້ຳໃຈອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ, ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ ກັບ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆຈັດຕັ້ງນຳພາ ຂະບວນການປະຕິວັດໄດ້ເຕີບໃຫ່ຍຂະຫຍາຍຕົວ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ນຳພາປະເທດຊາດກ້າວເຂົ້າສູ່ຈຸດໝາຍສັງຄົມນິຍົມເທື່ອລະບາດກ້າວ ຢ່າງໜັກແໜ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa