ແຂວງຈຳປາສັກ ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ

ແຂວງຈຳປາສັກ ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ

       ໃນຕອນເຊົ້າ ຂອງວັນທີ 01 ທັນວາ 2023, ແຂວງຈຳປາສັກ ໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 48 ປີ ( 02/12/1975 – 02/12/2023 ) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ( 13/12/1920-13/12/2023 ), ຂື້ນທີ່ສະໂມສອນໃຫ່ຍຫັຼກ 4 ຂອງແຂວງ. ໂດຍໃຫ້ກຽດເປັນປະທານ  ແລະ ບັນຍາຍເອກະສານຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານຂອງແຂວງ ເຂົ້າຮ່ວມມີຄະນະປະຈຳພັກແຂວງ, ເລຂາພັກເມືອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫົຽບແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ,  ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານປະທານກໍ່ໃຫ້ກຽດເລົ່າຄືນເຖິງມູນເຊື້ອ ແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີ ຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ, ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.

ພ້ອມນັ້ນ, ທ່ານຍັງໄດ້ ຫວນຄືນວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກທົ່ວພັກ-ລັດ ແລະ ປວງຊົນລາວບັນດາເຜົ່າ, ເພື່ອສ້າງແນວຄິດຈິດສໍານຶກ ແລະ ຮູ້ບຸນຄຸນຂອງບັນພະບູລຸດຢ່າງບໍ່ມີວັນຫຼົງລືມໄດ້, ໂດຍໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ, ຄຸນງາມຄວາມດີ, ການຕັ້ງໜ້າຮໍ່າຮຽນ ແລະ ສືບທອດມໍລະດົກອັນລໍ້າຄ່າ ຂອງປະທານ ໄກສອນ ພົມວິຫານ, ພ້ອມທັງເນັ້ນໜັກໃຫ້ການນຳ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງຈຳປາສັກ ສືບທອດເອົາບົດຮຽນ, ຄຸນສົມບັດສິນທຳປະຕິວັດ, ຄວາມກະຕັນຍູຮູ້ບຸນຄຸນ, ການດຳລົງຊີວິດທີ່ດຸໝັ່ນ ແລະ ປອດໃສຂາວສະອາດ, ພິກໄຫວ-ຄວາມສະຫຼຽວສະຫຼາດ, ສະຕິປັນຍາຂອງເພິ່ນເຂົ້າສູ່ຊີວິດຕົວຈິງ ເວົ້າສະເພາະກໍ່ຄືເຂົ້າສູ່ການຈັດຕັ້ງນຳພາ-ຊີ້ນຳ ໃນຂົງເຂດວຽກງານຕ່າງໆຢ່າງເລິກເຊິ່ງ.

” ຄຳຂັວນໂຄສະນາປຸກລະດົມ

ຊົມເຊີຍວັນສ້າງຕັ້ງ ສປປ ລາວ ຄົບຮອບ 48 ປີ.

ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ.

ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ.

ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ.”

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa