ແຂວງຈຳປາສັກ ຈັດກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ

          ໃນວັນທີ 21 ກຸມພາ 2025 ແຂວງຈໍາປາສັກ ຈັດກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຫົວຂໍ້:” 70ປີ ພາຍໃຕ້ການນໍາພາຂອງພັກ ທີ່ມີກຽດສະຫງ່າ” ພິທີໄດ້ຈັດຂື້ນທີ່ສະໂມສອນຫລັກ 4 ຂອງແຂວງ; ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີສະຫາຍເລຂາຄະນະພັກ ຄະນະຜູ້ແທນ ມາຈາກ 4 ແຂວງພາກໃຕ້, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອາດີດການນຳ ພັກ-ລັດຂອງແຂວງ, ຫົວໜ້າພະແນກການອ້ອມຂ້າງ, ເຈົ້າເມືອງ ແລະ ນັກວິທະຍາສາດເຊິ່ງມາຈາກວິທະຍາສາດ ເຂົ້າຮ່ວມຢ່າງພ້ອມພຽງ.

             ຈຸດປະສົງໃນການຈັດກອງຊຸມ ແມ່ນປະຕິບັດແຜນການເຄື່ອນໄຫວຂອງຄະນະກຳມະການຊີ້ນໍາລະດັບຊາດ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ ຂອງຊາດ ປີ 2025, ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ມຸ້ງໜ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

           ກອງປະຊຸມສຳມະນາຄັ້ງນີ້ ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ຈະໄດ້ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າງາມ, ຜົນງານອັນໃຫຍ່ຫຼວງແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີ ແຫ່ງການກໍ່ຕັ້ງ ແລະ ນໍາພາ ພາລະກິດປະຕິວັດຢູ່ປະເທດເຮົາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa