

ໃນວັນທີ 15 ພຶດສະພາ 2025 ຢູ່ທີ່ສະໂມສອນຂອງແຂວງ ເຊີ່ງໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງແນວຄິດ ແລະ ນິຕິກຳສຳຄັນຂອງສູນກາງພັກ ແລະ ຂອງແຂວງຂຶ້ນ ໂດຍເປັນປະທານຂອງ ສະຫາຍ ສະນັ່ນ ສີພາພຣົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກ 1 ນະຄອນ, 9 ເມືອງ, ຫົວໜ້າພະແນກການ-ກົມກອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຈາກອ້ອມຂ້າງແຂວງທີ່ນອນໃນເປົ້າໝາຍ ຈຳນວນ 350 ກ່ວາຄົນເຂົ້າຮ່ວມ.

#ສະຫາຍປະທ່ານກອງປະຊຸມ ກ່າວວ່າ: ການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ມີຄວາມສຳຄັນຫຼາຍ ຊຶ້ງຜູ້ເຂົ້າຮ່ວມຈະໄດ້ຮັບຮູ້ເຂົ້າໃຈ ບັນດາເອກະສານ ແລະນິຕິກຳສຳຄັນຂອງພັກ ເຊັ່ນ: ເອກະສານ ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ຂອງ ພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ, ເອກະສານ ມາດຕະຖານຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່, ເອກະສານ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ, ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດ ຈີນສະໄໝທີ XX,ເອກະສານ ຂໍ້ຕົກລົງເລກທີ1333/ຈຂ.ຈສລົງວັນທີ 22/11/2024 ວ່າດ້ວຍການແບ່ງຄວາມ ຮັບຜິດຊອບ ໃນການຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃນໄລຍະໃໝ່, ຈຸດປະສົງຂອງກອງະຊຸມ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນ ເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ເອົາເປັນແບບຢ່າງ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ທີ່ດີເດັ່ນ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ ເພື່ອສຶກສາອົບຮົມສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ມາດຕະຖານ ຂອງສະມາຊິກພັກ, ພະນັກງານ ຊຶ່ງແມ່ນສິ່ງທີ່ສໍາຄັນ ແລະ ຈຳເປັນ ພ້ອມທັງແມ່ນປັດໄຈພື້ນຖານໃຫ້ແກ່ການເລືອກເຟັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່ສ້າງ, ບຳລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ພ້ອມນັ້ນກໍາເພື່ອເປັນການປຸກລະດົມຂະບວນການຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ຕິດພັນກັບການສ້າງຜົນງານ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ); ພ້ອມທັງຕັ້ງໜ້າກະກຽມກອງປະຊຸມໃຫຍ່ຂັ້ນຂອງຕົນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ, ແຂງແຮງ ແລະ ເບີກບານມ່ວນຊື່ນ.



