
ໃນວັນທີ 25 ກັນຍາ 2024 ຄະນະໂຄສະນາອົບຮົມເມືືອງປາກຊ່ອງ ໄດ້ສົບທົບກັບຫ້ອງການສະຫະພັນນັກຮົບເກົ່າປາກຊ່ອງ: ໄດ້ຈັດພິທີ ໂຄສະນາ-ປາຖະກະຖາ ວັນສ້າງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ (9 ກັນຍາ 2002-9 ກັນຍາ 2024), ວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 79 ປີ (2.9.1945 – 2.9.2024) ພິທີຈັດຂື້ນທີ່ສະໂມສອນຂອງເມືອງ; ໃຫ້ກຽດເຂົ້າຮ່ວມຫວນຄືນມູນເຊື້ອອັນສຳຄັນດັ່ງກ່າວ ໂດຍທ່ານ ຊັບພະທິບ ໄຊຍະວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານເເນວຄິດ, ທ່ານ ກິ່ງເເກ້ວ ເພັດນ້ຳໂຂງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຊີ່ງເປົ້າໝາຍເຂົ້າຮ່ວມຮັບຟັງຄັ້ງນີ້ມີ: ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ກອງກໍ່ສ້າງຮາກຖານແຂວງ, ພະນັກງານ-ສະມາຊິກພັກ ອ້ອມຂ້າງເມືອງ, ກຳລັງປະກອບອາວຸດ 2 ກຳລັງ, ປະທານໜ່ວຍຮາກຖານສະຫາພັນນັກຮົບເກົ່າໃນທົ່ວເມືອງ, ເລຂາຄະນະພັກຮາກຖານ 6 ກຸ່ມບ້ານ ແລະ 4ບ້ານໃຫຍ່: ມີຈຳນວນ ທັງໝົດ 121 ຄົນ, ຍິງ 30 ຄົນ.




