ເມືອງໂຂງ ຈັດພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ103 ປີ

ເມືອງໂຂງ ຈັດພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ103 ປີ

           ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ48 ປີ ແລະ ວັນເກີດ ປະທານ.ໄກສອນ ພົມວິຫານ ຄົບຮອບ103ປີ, ໃນຕອນເຊົ້າ ຂອງວັນທີ 6 ທັນວາ 2023 ຄະນະບໍລິຫານງານພັກເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ຕະຫຼາດຮອດພະນັກງານຫັນລົງກໍ່ສ້າງຮາກຖານການເມືອງຂັ້ນແຂວງ ປະຈໍາເມືອງໂຂງ ແຂວງຈຳປາສັກ ເຂົ້າວາງກະຕ່າດອກໄມ້ທີ່ອະນຸສອນສະຖານະປະທານໄກສອນພົມວິຫານ ແລະ ວາງພວງມາລາຈູດທູບທຽນທີ່ອະນຸສາວະລີ ສສນັກຮົບນະລະນາມ.

ນຳໂດຍທ່ານ ນາງ ຄຳພູ ລິດທິສັກ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆໂຂງ; ໂດຍຕິດພັນກັບ ພິທີປາຖະກະຖາ ເລົ່າຄືນມູນເຊື້ອ ວັນຊາດ ຄົບຮອບ 48 ປີ (2 ທັນວາ1975 – 2 ທັນວາ 2023) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ(13 ທັນວາ 1920 – 13 ທັນວາ) ຢູ່ທີ່ສະໂມສອນຂອງເມືອງ, ມີ ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ, ຄະນະພັກ-ຄະນະນໍາກໍາລັງ ປກຊ-ປກສ, ຫົວໜ້າ-ຮອງຫ້ອງການ, ອະດີດພະນັກງານການນຳຂອງເມືອງຕະຫຼອດຮອດພະນັກງານລັດຖະກອນ, ຊາວໜຸ່ມ-ເຍົາວະຊົນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

#ຂ່າວພາບໂດຍ:ຄະນະໂຄສະອົບຮົມເມືອງໂຂງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa