
ໃນຄັ້ງວັນທີ 26 ສິງຫາ 2025, ຄະນະໂຄສະນາອົບຮົມເມືອງສຸຂຸມາ ປະສານສົມທົບ ກັບ ຫ້ອງການແນວລາວສ້າງຊາດເມືອງ, ໄດ້ຈັດຕັ້ງພິທີໂຄສະນາ-ປາຖະກະຖາ ວັນສໍາຄັນພັກ, ຂອງຊາດ ແລະ ຂອງທ່ານຜູ້ນໍາຄື: ວັນສ້າງຕັ້ງອາຊຽນ (8.8.1967-8.8.2025) ຄົບຮອບ 58 ປີ., ວັນເກີດ ທ່ານ ຟີແດນ ກາສໂຕຣຣຸດສ (13.8.1926 – 13.8.2025 ) ຄົບຮອບ 99 ປີ., ວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈຳໜ່າຍ (13.8. 1950- 13.8.2025) ຄົບຮອບ 71 ປີ, ວັນສ້າງຕັ້ງແນວລາວສ້າງຊາດ (13.8.1950 -13.8.2025) ຄົບຮອບ 75 ປີ, ວັນລັດຖະທຳມະນູນແຫ່ງ ສປປລາວ (15.8. 1991 – 15.8. 2025) ຄົບຮອບ 34 ປີ, ວັນຢຶດອໍານາດ ທົ່ວປະເທດ(23.8. 1945-23.8.2025) ແລະ (23.8.1975-23.8.2025)ຄົບຮອບ 80 ປີ ແລະ ຄົບຮອບ 50 ປີ ຂຶ້ນທີ່ສະໂມສອນຂອງເມືອງ.

ໂດຍການເປັນປະທານ ຂອງສະຫາຍ ປອ. ຄຳໃຕ ແກ້ວປະເສີດ, ເລຂາຄະນະບໍລິຫານງານພັກເມືອງສຸຂຸມາ, ມີຄະນະປະຈຳພັກເມືອງ, ກຳມະການພັເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ກອງກໍ່ສ້າງຮາກຖານແຂວງ ພ້ອມດ້ວຍພະນັກງານສະມາຊີກພັກທັງໝົດ, ກຳລັງ ປກສ-ປກຊ, ປະທານ 6 ກຸ່ມບ້ານ ແລະ 4 ບ້ານໃຫ່ຍໃນທົ່ວເມືອງ, ມີພຣະສົງ ແລະ ປະທານແນວຂອງບ້ານ ຈຳນວນ 173 ຄົນ, ຍິງ 49 ຄົນ, ໃນນັ້ນ ມີພຣະສົງ 5 ອົງ.
ການປາຖະກະຖາໃນຄັ້ງນີ້ ສະຫາຍ ປອ. ຄຳໃຕ ແກ້ວປະເສີດ, ເລຂາຄະນະບໍລິຫານງານພັກເມືອງສຸຂຸມາ ໄດ້ບັນລະຍາຍ 2 ເອກະສານຄື: ວັນສ້າງຕັ້ງແນວລາວສ້າງຊາດ (13.8.1950 -13.8.2025) ຄົບຮອບ 75 ປີ ແລະ ວັນລັດຖະທຳມະນູນແຫ່ງ ສປປລາວ (15.8. 1991 – 15.8. 2025) ຄົບຮອບ 34 ປີ; ສະຫາຍ ດຣ. ຄຳໄພ ໄຊສົງຄາມ, ຮອງເລຂາພັກ, ຫົວໜ້າຄະນະຈັດຕັ້ງເມືອງ ຂື້ນບັນລະຍາຍ ເອກະສານ ວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈຳໜ່າຍ (13.8. 1950- 13.8.2025) ຄົບຮອບ 75 ປີ, ສະຫາຍ ສະໜັ່ນ ສີດາວົງ, ຮັກສາການເຈົ້າເມືອງ, ຂື້ນບັນລະຍາຍ ເອກະສານວັນຢຶດອໍານາດ ທົ່ວປະເທດ(23.8. 1945-23.8.2025) ແລະ (23.8.1975-23.8.2025)ຄົບຮອບ 80 ປີ ແລະ ຄົບຮອບ 50 ປີ, ສະຫາຍ ບົວລຽນ ເຜີຍບຸນຊົມ, ຮອງເຈົ້າເມືອງ, ຂື້ນບັນລະຍາຍ ເອກະສານ ວັນສ້າງຕັ້ງອາຊຽນ (8.8.1967-8.8.2025) ຄົບຮອບ 58 ປີ, ສະຫາຍ ສຸລິວົງ ແກ້ວວັນເພັງ, ຄະນະປະຈຳພັກເມືອງ, ຫົວໜ້າ ຄະນະໂຄສະນາອົບຮົມເມືອງ, ຂື້ນບັນລະຍາຍ ເອກະສານຄື: ວັນເກີດ ທ່ານ ຟີແດນ ກາສໂຕຣຣຸດສ (13.8.1926 – 13.8.2025 ) ຄົບຮອບ 99 ປີ.



