
ໃນວັນທີ 27 ພືດສະພາ 2024 ທີ່ຜ່ານມາ, ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດມີ:
• ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 65 ປີ
• ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວຮັກຊາດຄົບຮອບ 64 ປີ
• ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70ປີ

ພິທີໄດ້ຈັດຂື້ນທີ່ສະໂມສອນຂອງເມືອງ, ພາຍໃຕ້ການເປັນປະທານ ເຂົ້າຮວ່ມຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວໂດຍ ທ່ານ ຊັບພະທິບ ໄຊຍະວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດການເມືອງ, ມີ ທ່ານ ກີ່ງເເກ້ວ ເພັດນ້ຳໂຂງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ນ. ສົມພະໄທ ສາວີລັກ ຄະນະຫ້ອງການໂຄສະນາອົບຮົມເມືອງ, ມີ ບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ນາຍ ເເລະ ພົນທະຫານ,.ນາຍ ແລະ ພົນຕຳຫຼວດ, ເລຂາຄະນະພັກຮາກຖານພ້ອມດ້ວຍພະນັກງານສະມາຊິກພັກ ວິຊາການເຂົ້າຮ່ວມທັງຫມົດ 109 ສະຫາຍ, ຍິງ 32 ສະຫາຍ.
