ເມືອງປາກຊ່ອງຈັດພິທີປາຖະກະຖາວັນສ້າງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ ເເລະ ວັນຄຽດເເຄ້ນຂອງປະຊາຊົນລາວຄົບຮອບ 78 ປີ ແລະ ວັນສ້າງຕັ້ງກອງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63ປີ

      ໃນວັນທີ 05 ເມສາ 2024 ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດ ຮ່ວມກັບ ກອງບັນຊາການ ປກສ ເມືອງປາກຊ່ອງ ເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບ 69 ປີ ( 22 ມິນາ 1955 – 22 ມີນາ 2024 ) ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 63ປີ ( 5 ເມສາ 1961 – 5 ເມສາ 2024 ), ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະເພື່ອປະເທດຊາດ ຄົບຮອບ 78 ປີ,

ພິທີໄດ້ຈັດຂື້ນທີ່ສະໂມສອນຂອງເມືອງ;ໃຫ້ກຽດເຂົ້າຮວ່ມຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວໂດຍ ທ່ານ ຊັບພະທິບ ໄຊຍະວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດການເມືອງ, ມີ ທ່ານ ກີ່ງເເກ້ວ ເພັດນ້ຳໂຂງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ທ່ານ ພັທ ຄອນສະຫວັນ ໄຊຊະນະ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການເມືອງ, ມີ ບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ,.ນາຍ ເເລະພົນທະຫານ, ນາຍ ເເລະ.ພົນຕຳຫຼວດ, ເລຂາຄະນະພັກຮາກຖານພ້ອມດ້ວຍພະນັກງານສະມາຊິກພັກ ວິຊາການ ເຂົ້າຮ່ວມທັງຫມົດ 120 ສະຫາຍ, ຍິງ 26 ສະຫາຍ.

       #ຂ່າວພາບໂດບ: ຄະນະໂຄສະນາອົບຮົມເມືອງປາກຊ່ອງ ແຂວງ ຈຳປາສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa