ເປີດຊຸດຮຽນທິດສະດີການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ຄູອາຈານ ໂຮງຮຽນຈີນ ຫົວສຽວ ປາກເຊ

ວັນທີ 17 ກັນຍາ 2026 ນີ້, ທີ່ໂຮງຮຽນຈີນ ຫົວສຽວ ປາກເຊ ແຂວງຈຳປາສັກ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ-ແນວຄິດ ໃຫ້ແກ່ພະນັກງານ ແລະ ຄູອາຈານພາຍໃນໂຮງຮຽນດັ່ງກ່າວຢ່າງເປັນທາງການ

ໃນພິທີໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ປອ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ມີ ທ່ານ ອິນທະວັນໄຊ ຈັນທະລາວົງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ໄພທູນ ປະທຸມທອງ ປະທານສະມາຄົມຈີນ ແຂວງຈໍາປາສັກ, ພ້ອມດ້ວຍຄະນະສະມາຄົມຈີນ, ຄະນະອຳນວຍການໂຮງຮຽນ, ແຂກຖືກເຊີນ ແລະ ພະນັກງານ-ຄູອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ເປີດຊຸດຮຽນທິດສະດີການເມືອງ-ແນວຄິດ, ພ້ອມທັງເຜີຍແຜ່ບັນດາເອກະສານສຳຄັນ ເຊັ່ນ: ເອກະສານຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ ແລະ ເອກະສານແນວທາງນະໂຍບາຍຂອງພັກ ຕໍ່ວຽກງານການສຶກສາ ທັງນີ້ກໍເພື່ອແນໃສ່ໃຫ້ພະນັກງານຄູ-ອາຈານ ໄດ້ຮັບຮູ້ ແລະ ເຂົ້າໃຈຢາງເລິກເຊິ່ງ ຕໍ່ກັບເນື້ອໃນສໍາຄັນຂອງວຽກງານການເມືອງ-ແນວຄິດ.

ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນຳ ແລະ ໃຫ້ຄຳໂອລົມ ເພື່ອເປັນເຂັມຊີ້ທິດໃຫ້ແກ່ ພະນັກງານ ແລະ ຄູອາຈານ ນຳໄປ ໝູນໃຊ້ເຂົ້າໃນ ໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ຍົກສູງຄຸນສົມບັດສິນທຳປະຕິວັດ ແລະ ປະກອບສ່ວນພັດທະນາຄຸນນະພາບການຮຽນ-ການສອນ ໃຫ້ມີຄວາມໜັກແໜ້ນຍິ່ງໆຂຶ້ນ.

ຂ່າວ-ພາບ: ຈັນທະວີສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa