ເປີດຊຸດຮຽນການເມືອງ​ -​ ແນວຄິດ ໃຫ້ແກ່​ ຄູ – ອາຈານ ໂຮງຮຽນຈີນ ຫົວສຽວ ປາກເຊ

           ໃນວັນທີ 9​ ກັນຍາ 2025,​ ຄະນະກໍາມະການແນວລາວສ້າງຊາດ ແຂວງຈໍາປາສັກ ຮ່ວມກັບ​ ຄະນະ​ໂຄສະນາ​ອົບຮົມແຂວງ,​ ສະມາຄົມຈີນແຂວງ​ ແລະ ໂຮງຮຽນຈີນ ຫົວສຽວ​ ປາກເຊ​ ໄດ້ເປີດຊຸດຮຽນການເມືອງ​ -​ ແນວຄິດ ໃຫ້ແກ່ພະນັກງານ,​ ຄູ -​ ອາຈານ ໂຮງຮຽນດັ່ງກ່າວ.​ ພິທີຈັດຂຶ້ນ ຢູ່ຫ້ອງປະຊຸມສະມາຄົມຈີນ ນະຄອນປາກເຊ​ໂດຍການເປັນປະທານ​ຮ່ວມຂອງ​ ທ່ານ ປອ.ສຸປານີ ສີລິປຸ່ນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ທ່ານ ອິນທະວັນໄຊ​ ຈັນທະລາວົງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ໄພທູນ ປະທຸມທອງ ປະທານສະມາຄົມຈີນແຂວງ, ທ່ານ​ ສັນຕິສຸກ​ ລີເທບພິທັກ​ ຮອງປະທານສະມາຄົມຈີນແຂວງ.​ ມີຄະນະຜູ້ອຳນວຍການ,​ ພະນັກງານ, ຄູ -​ ອາຈານ,​ ພະນັກງານແນວລາວ ສ້າງຊາດແຂວງ ແລະ ໂຄສະນາອົບຮົມ ເຂົ້າຮ່ວມ.​

          ໃນພິທີ,​ ທ່ານ ອິນທະວັນໄຊ ຈັນທະລາວົງ ຮອງປະທານແນວລາວ ສ້າງຊາດແຂວງ​ ໄດ້ຜ່ານຂໍ້ຕົກລົງຂອງປະທານແນວລາວສ້າງຊາດແຂວງ ວ່າດ້ວຍການອະນຸມັດເປີດຊຸດຮຽນການເມືອງ​ -​ ແນວຄິດ ໃຫ້ແກ່ພະນັກງານ,​ ຄູ -​ ອາຈານ​ໂຮງຮຽນຈີນ ຫົວສຽວ​ ປາກເຊ.​ ຕໍ່ມາ,​ ທ່ານ​ ໄພທູນ ປະທຸມທອງ ປະທານສະມາຄົມຈີນແຂວງ ກໍມີຄໍາເຫັນກ່າວຕ້ອນຮັບແຂກ ແລະ ກ່າວເປີດພິທີ.​ ຈາກນັ້ນ, ທ່ານ ປອ.​ສຸປານີ ສີລິປູນໂຍ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງ ກໍໄດ້​ໃຫ້ກຽດ​ຜ່ານເອກະສານຄຸນທາດການເມືອງ – ຄຸນສົມບັດສິນທໍາປະຕິວັດ​ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ​ ແລະ​ ເນື້ອໃນຄຸນທາດການເມືອງ,​ ຄຸນສົມບັດສິນທຳປະຕິວັດ​ ຕິດພັນກັບແບບແຜນດໍາລົງຊີວິດປອດໃສຂາວສະອາດ, ບໍ່ສວຍໃຊ້ຖານະຕຳແໜງ, ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ, ພັກພວກ, ທ້ອງຖິ່ນ ແລະ ຊົນເຜົ່າຂອງຕົນ,​ ມີຄວາມຮູ້​ – ຄວາມສາມາດ,​ ມີແບບແຜນການນໍາພາ -​ ວິທີເຮັດວຽກ ແລະ​ ມີສຸຂະພາບແຂງແຮງ​.​ ນອກນີ້,​ ກໍຕ້ອງມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ພາຍນອກ; ມີຄວາມບໍລິສຸດສັດຊື່ຕໍ່ພັກ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ ແລະ ໝູ່ຄະນະ, ມີຄວາມຮູ້ດ້ານທິດສະດີການເມືອງ, ຮູ້ເຕົ້າໂຮມຄວາມສາມັກຄີ, ຮູ້ປຸກລະດົມຂົນຂວາຍມະຫາຊົນ, ຮູ້ຈັດຕັ້ງນໍາພາພະນັກງານ, ຄູ​ -​ ອາຈານ​ ປະຕິບັດໜ້າທີ່ການເມືອງຢູ່ຂະແໜງການ​ທີ່ຕົນ​ຮັບຜິດຊອບ.​
ພ້ອມນີ້,​ ທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າໂຄສະນາອົບຮົມແຂວງ ກໍໄດ້ຜ່ານເອກະສານແນວທາງນະໂຍບາຍຂອງພັກ​ ຕໍ່ວຽກງານການສຶກສາ​ ໂດຍຍົກໃຫ້ເຫັນ​ຄວາມໝາຍສໍາຄັນ​ ແລະ​ ຫຼັກການຂອງວຽກງານການສຶກສາ​ ໂດຍຈັດຕັ້ງ​ປະຕິບັດ​ໃຫ້​ສອດຄ່ອງ​ກັບ​ແຜນພັດທະນາເສດຖະກິດ -​ ສັງຄົມ​ ແລະ​ ແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ,​ຮັບປະກັນ​ຕາມ​ 3 ລັກສະນະ​ ຄື: ລັກສະນະ​ຊາດ,​ ລັກສະນະ​ວິທະຍາສາດ​ ທັນສະໄໝ​ ແລະ​ ລັກສະນະ​ມະຫາຊົນ​,​ ປະຕິບັດ​ຕາມ 5 ຫຼັກ​ມູນ​ການສຶກສາ​ ​ຄື: ຄຸນສົມບັດສຶກສາ,​ ປັນຍາສຶກສາ,​ ແຮງງານ​ສຶກສາ​, ພະລະສຶກສາ ແລະ​ ສິລະປະ​ສຶກສາ​ ຢ່າງ​ເປັນ​ເອກະພາບ,​ ຮັບປະກັນ​ການຮຽນ​ -​ ການສອນ​ ໃຫ້ໄປຄຽງຄູ່ກັບການປະຕິບັດຕົວຈິງ ແລະ​ ໃຫ້ມີຄວາມ​ສະເໝີພາບ,​ ປະສານສົມທົບ ລະຫວ່າງ​ ການສຶກສາໃນໂຮງຮຽນ​ ແລະ​ ນອກໂຮງຮຽນ ກັບການສຶກສາອົບຮົມຢູ່ໃນສັງຄົມ ແລະ​ ຄອບຄົວ,​ ຮັບປະກັນ​ຄຸນນະພາບ,​ ສາມາດເຊື່ອມໂຍງເຂົ້າກັບການສຶກສາພາກພື້ນ ແລະ​ ສາກົນ.​ ນອກນີ້​ ຍັງ​ຍົກໃຫ້ເຫັນຈັນຍາບັນ​ -​ ຈັນຍາທໍາ,​ ພາລະບົດບາດ,​ ສິດ – ໜ້າທີ່​ ແລະ​ ຂໍ້ຫ້າມຕ່າງໆ​ຂອງຄູ​ ຕື່ມອີກ.​ ທັງນີ້​ ກໍເພື່ອເປັນການຍົກສູງຄວາມຮູ້​ -​ ຄວາມສາມາດ ທາງດ້ານການເມືອງ – ແນວຄິດ ແລະ ຄຸນສົມບັດສິນທຳປະຕິວັດ​ຂອງການນໍາ,​ ພະນັກງານ,​ ຄູ -​ ອາຈານ ໂຮງຮຽນຈີນ ຫົວສຽວ​ ປາກເຊ​ ໃຫ້ນັບມື້ສູງຂຶ້ນເລື້ອຍໆ.

           ຕອນທ້າຍພິທີ, ທ່ານ ປອ.ສຸປານີ ສີລິປຸ່ນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ​ ກໍ​ມີຄໍາເຫັນ​ໂອ້ລົມ, ເນື້ອໃນ​ສໍາຄັນ​ ທ່ານ​ໄດ້​ເນັ້ນໜັກ​ໃຫ້​ຄະນະອໍານວຍ​ການ, ພະນັກງານ,​ ຄູ​ -​ ອາຈານ​ ໂຮງຮຽນຈີນ ຫົວສຽວ​ ປາກເຊ​ ເອົາໃຈໃສ່​ເຊື່ອມຊຶມກໍາແໜ້ນ​ແນວທາງ​ນະໂຍບາຍ​ຂອງພັກ,​ ລະບຽບ​ກົດໝາຍ​ຂອງລັດ​ ລວມທັງ​ແຜນພັດທະນາເສດຖະກິດ -​ ສັງຄົມ​ ແລະ​ ແຜນພັດທະນາການສຶກສາໃນຕໍ່ໜ້າ,​ ບຸກບືນ​ສູ້ຊົນ,​ ຊອກຮູ້ຮໍ່າຮຽນ,​ ສ້າງຄວາມພ້ອມຮອບດ້ານ,​ ຂະຫຍາຍ​ຫຼັກສູດ​ການຮຽນ​ -​ ການສອນ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີທັງປະລິມານ ແລະ​ ຄຸນນະພາບ,​ ປັບປຸງ​ການຈັດຕັ້ງພາຍໃນ​ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,​ ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ,​ ດ້ານວິທະຍາສາດ,​ ເທັກໂນໂລຊີ,​ ໄອທີ,​ ປັນຍາປະດິດ​ (ເອໄອ)​ ຂອງ​ພະນັກງານ,​ ຄູ​ -​ ອາຈານ​ ໃຫ້ນັບມື້ສູງຂຶ້ນ​ ເພື່ອນໍາໃຊ້ເຂົ້າໃນ​ການຈັດຕັ້ງ​ປະຕິບັດ​ວຽກງານ​ການຮຽນ​ -​ ການສອນ​ ໃຫ້ມີການພັດທະນາ,​ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ,​ ປະກອບສ່ວນ​ຈັດຕັ້ງ​ປະຕິບັດ​ໂຄງການ​ ນໍາເອົານ້ອງ​ ຄືນສູ່ໂຮງຮຽນ,​ ປະສານສົມທົບກັບ​ ຄະນະພັກ​ -​ ອົງ​ການປົກຄອງ​ບ້ານ, ຜູ້ບໍລິຫານ​ການສຶກສາ​ຂັ້ນບ້ານ ແລະ​ ສະມາຄົມ​ -​ ຜູ້ປົກຄອງພໍ່ແມ່ນັກຮຽນ​ ເພື່ອພ້ອມກັນພັດທະນາຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa