
ໃນຕອນເຊົ້າ ຂອງວັນທີ 31 ກໍລະກົດ 2024, ສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົບແຂວງ. ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສຸກສົມພອນ ພົນອາສາ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ບົວສອນ ວົງຫະຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ນາງ ພອນທິບ ແກ້ວປະເສີດ ປະທານສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີຕ່າງໜ້າ 3 ອົງຈັດຕັ້ງມະຫາຊົນ, ຕາງໜ້າຂະແໜງຈັດຕັ້ງຫ້ອງການສະຫະພັນແມ່ຍິງແຂວງ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 21 ທ່ານ, ຊາຍ 4 ທ່ານ.


ໃນກອງປະຊຸມສະຫະພັນແມ່ຍິງ ຂຶ້ນຜ່ານບົດສະຫຼຸບລາຍງານການເມືອງທັງສອງພາກ ເຊິ່ງຍົກໃນເຫັນຜົນງານທີ່ສະມາຊິກສະຫະພັນແມ່ຍິງພາຍໃນຮາກຖານຄະນະໂຄສະນາອົບຮົມແຂວງທີ່ຍາດມາໄດ້ ພ້ອມທັງໄດ້ກໍານົດທິດທາງໃນຊຸມປີຕໍ່ໜ້າ ແລະ ຜ່ານບົດສໍາຫຼວດການນໍາພາລວມຂອງສະຫະພັນແມ່ຍິງໃນໄລຍະຜ່ານມາ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ.
1. ທ່ານ ນາງ ພອນທິບ ແກ້ວປະເສີດ ເປັນປະທານສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກ.
2. ທ່ານ ນາງ ໜິງ ໄຊຍະວົງ ເປັນຮອງປະທານ ທັງເປັນປະທານກວດກາ.
3. ທ່ານ ນາງ ສົມສະໄຫວ ກ່ານຜາສຸກ ເປັນຮອງປະທານ.

ໃນຕອນທ້າຍ ທ່ານນາງ ສຸກສົມພອນ ພົນອາສາ ຮອງປະທານສະຫະພັນແມ່ຍິງແຂວງ ກໍໄດ້ມອບໃບຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍແຂ່ງຂັນ 3 ດີ ໃນໄລຍະປີ (2020-2022) ປະເພດ 1 ຈຳນວນ 17 ສະຫາຍ ພ້ອມມີຄຳເຫັນຊຸກຍູ້ຄະນະສະຫະພັນແມ່ຍິງຮາກຖານຊຸດໃໝ່ ເພື່ອເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກ່ວາເກົ່າ ພ້ອມທັງໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຊາດລາວ ກໍ່ຄືແມ່ຍິງລາວ, ເອົາໃຈໃສ່ເຊື່ອມຊຶມຄືນເນື້ອໃນຂໍ້ແຂ່ງຂັນ 3 ດີ, ການເສີມຂະຫຍາຍບົດຮຽນ ແລະ ຜົນງານທີ່ດີ ໃນໄລຍະຜ່ານມາ, ເປັນເສນາທິການໃຫ້ຄະນະພັກໃນການປະຕິບັດໜ້າທີ່ວິຊາສະເພາະກໍ່ຄືການປະຕິບັດໜ້າທີ່ການເມືອງທີ່ອົງການຈັດຕັ້ງມອບໝາຍໃຫ້.
