ຮາກຖານກຸ່ມບ້ານ ເມືອງໂຂງ ແຂວງຈຳປາສັກ ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20 ມັງກອນ ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ກຸ່ມຂະເໝົາ ເມືອງໂຂງ ແຂວງຈຳປາສັກ

            ໃນຕອນເຊົ້າ ວັນທີ 31 ມັງກອນ 2024 ສອງຮາກຖານກຸ່ມບ້ານ ເມືອງໂຂງ ແຂວງຈຳປາສັກຄື: ກຸ່ມຂະເໝົາ ແລະ ກຸ່ມດອນຖານ ໄດ້ຈັດພິທີໂຄສະນາປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ( 20 ມັງກອນ 1949-2024 ) ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄຳໄຕ ສີພັນດອນ ( 8 ກຸມພາ 1924-2024 ) ຄົບຮອບ 100 ປີ; ເຊິ່ງໄດ້ຈັດຂຶ້ນ ທີ່ ກຸ່ມບ້ານຂະເໝົາ ເມືອງໂຂງ ແຂວງ ຈຳປາສັກ, ພາຍໃຕ້ການເປັນປະທານ ບັນລະຍາຍເອກະສານ ຂອງ ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆໂຂງ.
ມີເລຂາ-ຮອງເລຂາ, ຄະນະພັກຮາກຖານສອງກຸ່ມບ້ານ, ບັນດາເລຂາ, ຮອງເລຂາ, ຄະນະພັກຮາກຖານກຸ່ມບ້ານໃຫ່ຍ, ຄະນະໜ່ວຍພັກບ້ານ, ນາຍບ້ານ, ພະນັກງານ, ສະມາຊິກພັກໃນສອງກຸ່ມ, ມີ ກຳລັງ ປກຊ ກອງຮ້ອຍ 525, ເຊິ່ງມີຈຳນວນເຂົ້າຮ່ວມທັງໝົດ 175 ສະຫາຍ, ຍິງ 29 ສະຫາຍ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa