
ທ່ານ ປອ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ພ້ອມຄະນະ ໄດ້ລົງມາເຮັດວຽກ ກັບຄະນະນຳຂອງແຂວງຈຳປາສັກ ເພື່ອກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມ ສອງພັກ ລາວ-ຈີນຄັ້ງທີ XIII ທີ່ຈະຈັດຂຶ້ນຢູ່ແຂວງຈໍາປາສັກ ໃນເດືອນພະຈິກທີ່ຈະມາເຖິງນີ້.
ການພົບປະເຮັດວຽກຂອງຮອງຫົວໜ້າຄະນະໂຄສະນາສູນກາງພັກ ກັບ ຄະນະນໍາແຂວງຈໍາປາສັກ ຈັດຂຶ້ນໃນຕອນບ່າຍຂອງວັນທີ 9 ຕຸລາ 2025 ນີ້, ທີ່ຫ້ອງວ່າການແຂວງຈຳປາສັກ ໂດຍມີທ່ານ ສຸພາບ ທຳມະຮັກສາ ຮອງເລຂາພັກແຂວງ ເລຂາພັກນະຄອນປາກເຊ, ມີທ່ານ ປອ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ປອ ວັນນະໄຊ ຊາດຕະກຸນ ຄະນະປະຈຳພັກແຂວງ ຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ສູນກາງເຂົ້າຮ່ວມ.



ໃນການເຮັດວຽກຮ່ວມກັບການນຳແຂວງຈຳປາສັກໃນຄັ້ງນີ້ ທ່ານ ປອ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ຮູ້ວ່າ: ຈຸດປະສົງທີ່ທາງຄະນະໂຄສະນາອົບຮົມສູນກາງພັກລົງມາຄັ້ງນີ້ ຈຸດປະສົງສໍາຄັນກໍເພື່ອກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມ ສອງພັກ ລາວ-ຈີນ ຄັ້ງທີ XIII ທີ່ຈະຈັດຢູ່ ແຂວງຈໍາປາສັກ ໃນລະຫ່ວາງວັນທີ 10-11 ພະຈິກ 2025 ທີ່ຈະມາເຖິງນີ້. ໂດຍການເປັນປະ ທານຮ່ວມຂອງສະຫາຍກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ. ແນໃສ່ຮັບປະກັນການກະກຽມດ້ານຕ່າງໆໃນການດໍາເນີນກອງປະຊຸມໃຫ້ມີປະສິດທິພາບ ແລະ ບັນລຸລະດັບຄາດໝາຍທີ່ວາງໄວ້.
ໃນກອງປະຊຸມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ການນຳແຂວງແມ່ນໄດ້ ປຶກສາຫາລືກັນຢ່າງກົງໄປກົງມາ ແລະ ມີຫຼາຍດ້ານໃນການກະກຽມກອງປະຊຸມ ເປັນຕົ້ນ: ແມ່ນ ດ້ານສະຖານທີ່ຈັດກອງປະຊຸມ, ສະຖານທີ່ພັກຂອງຄະນະຜູ້ ແທນຂັ້ນສູງ ຂອງສອງພັກ ລາວ-ຈີນ, ດ້ານພິທີການຮັບໃຊ້ກອງປະຊຸມ ແລະ ອື່ນໆ ໃຫ້ມີຄວາມພ້ອມຮັບປະກັນຮອບດ້ວານ.