
ໃນວັນທີ 16 ກັນຍາ 2026, ຢູ່ທີ່ສຳນັກງານຄະນະໂຄສະນາອົບຮົມແຂວງຈຳປາສັກ, ທ່ານ ປອ. ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ (ຜູ້ປະຈຳການ) ພ້ອມຄະນະ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ ລັດຖະກອນ ຄະນະໂຄສະນາອົບຮົມແຂວງຈຳປາສັກ ໂດຍເນັ້ນໜັກວຽກງານໂຄສະນາ-ອົບຮົມ ແລະ ສື່ມວນຊົນ ປັບປຸງທັງເນື້ອໃນ ແລະ ຮູບແບບໃຫ້ໜ້າສົນໃຈ, ທັນສະພາບການ ແລະ ເໝາະສົມກັບກຸ່ມເປົ້າໝາຍ.

ການພົບປະຄັ້ງນີ້ ມີທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ-ນະຄອນ, ບັນດາຂະແໜງການທີ່ຂຶ້ນກັບ ພ້ອມດ້ວຍພະນັກງານ ລັດຖະກອນເຂົ້າຮ່ວມ.
ກ່ອນການໂອ້ລົມ ທ່ານ ປະດິດ ວັນນະລັດສະໝີ ໄດ້ລາຍງານສະພາບການຈັດຕັ້ງວຽກງານໂຄສະນາອົບຮົມແຂວງຈຳປາສັກໃນໄລຍະຜ່ານມາ ໂດຍໄດ້ສະຫຼຸບທັງຜົນງານ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ.
ພ້ອມນີ້ ຍັງໄດ້ສະເໜີບັນຫາຕໍ່ຂັ້ນເທິງ ປະກອບມີ ດ້ານບຸກຄະລາກອນ, ການຈັດຝຶກອົບຮົມ, ການສະໜອງອຸປະກອນຮັບໃຊ້ວຽກງານສື່ມວນຊົນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ພ້ອມທັງວາງທິດທາງວຽກງານສຳລັບ 6 ເດືອນທ້າຍປີ.
ໃນການໂອ້ລົມ ທ່ານ ປອ. ຄຳມອນ ຈັນທະຈິດ ເນັ້ນວ່າ ວຽກງານໂຄສະນາ-ອົບຮົມ ແມ່ນວຽກງານສຳຄັນ ທີ່ຕ້ອງສືບຕໍ່ປັບປຸງເນື້ອໃນ ແລະ ຮູບແບບການນຳສະເໜີໃຫ້ໃໝ່ ແລະ ໜ້າສົນໃຈ ເພື່ອດຶງດູດຜູ້ຮັບຟັງ ແລະ ເຂົ້າເຖິງກຸ່ມເປົ້າໝາຍ.
ສຳລັບການຜະລິດເນື້ອໃນໂຄສະນາ, ປາຖະກະຖາ ແລະ ເນື້ອໃນກ່ຽວກັບວັນສຳຄັນຕ່າງໆ ຄວນປະສານກັບພາກສ່ວນກ່ຽວຂ້ອງ ເພື່ອກຳນົດປະເດັນສຳຄັນ, ເລືອກວິທີນຳສະເໜີໃຫ້ເໝາະສົມ ແລະ ໃຊ້ຫຼາຍຮູບແບບ. ດ້ານວຽກງານສື່ມວນຊົນ ເນື້ອຫາຮູບແບບຂ່າວ, ວິດີໂອ, ສຽງ, ຮູບພາບ ແລະ ສື່ອອນລາຍ ກໍຕ້ອງໃຫ້ສອດຄ່ອງກັບຜູ້ຮັບຂ່າວສານແຕ່ລະກຸ່ມ.



ພ້ອມກັນນັ້ນ ການເກັບກຳຫາງສຽງຈາກສັງຄົມ ຕ້ອງອີງໃສ່ຫຼັກການ, ຂໍ້ມູນ ແລະ ຫຼັກຖານ ເພື່ອໃຫ້ສາມາດສະທ້ອນສະພາບຕົວຈິງໄດ້ຢ່າງຮອບດ້ານ.
ທ່ານ ປອ. ຄຳມອນ ຈັນທະຈິດ ຍັງເນັ້ນເຖິງບົດບາດຂອງສື່ມວນຊົນວ່າ ມີຄວາມສຳຄັນຕໍ່ການສື່ສານ ແລະ ເປັນກະບອກສຽງສຳຄັນຂອງພັກ-ລັດ. ດັ່ງນັ້ນ ຈຶ່ງຕ້ອງເອົາໃຈໃສ່ພັດທະນາວຽກງານສື່ມວນຊົນໃຫ້ທັນຕໍ່ສະພາບການ.
ເຖິງແມ່ນຈະມີຂໍ້ຈຳກັດດ້ານງົບປະມານ ແລະ ອຸປະກອນ, ແຕ່ສາມາດນຳໃຊ້ອຸປະກອນທີ່ມີຢູ່ ເຊັ່ນ ໂທລະສັບ ມາຜະລິດເນື້ອໃນໄດ້ ໂດຍເນັ້ນໃສ່ເຫດການ ແລະ ກິດຈະກຳສຳຄັນທີ່ສາມາດນຳມາຜະລິດ ແລະ ເຜີຍແຜ່ເປັນຂ່າວໄດ້.
ທ່ານ ປອ. ຄຳມອນ ຈັນທະຈິດ ຍັງໄດ້ເນັ້ນວ່າ ຄະນະໂຄສະນາອົບຮົມສູນກາງພັກ ກຳລັງໃຫ້ຄວາມສຳຄັນຕໍ່ວຽກງານສື່ມວນຊົນ ໂດຍສະເພາະວຽກງານນັກຂ່າວ ແລະ ກຳລັງຄົ້ນຄວ້າການຈັດສັນບົດບາດນັກຂ່າວໃຫ້ມີຄວາມຊັດເຈນ ຕາມສາຍວຽກງານ ເຊັ່ນ ສາຍສັງຄົມ, ສາຍພັດທະນາ ແລະ ສາຍຂ່າວອື່ນໆ.
ພ້ອມທັງຈະພິຈາລະນາການກຳນົດຕຳແໜ່ງຕາມຄວາມຮູ້, ປະສົບການ ແລະ ຜົນງານຂອງນັກຂ່າວ. ສຳຄັນທີ່ສຸດ ຜູ້ປະຕິບັດວຽກສື່ຕ້ອງມີຄວາມຮູ້, ກ້າລົງມືເຮັດວຽກ, ກ້າສື່ສານຄວາມຈິງ, ຢືນຢັດໃນຫຼັກການ ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາ ເພື່ອຍົກສູງວຽກງານສື່ມວນຊົນໃຫ້ເກີດຜົນເປັນຈິງ.


ຂ່າວ: ນ. ປະພິດ ສີສົມບູນ