
ໃນວັນທີ 20 ສິງຫາ 2025 ນີ້ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກໄດ້ເປັນກຽດພົບປະໂອ້ລົມຄະນະນຳ ແລະ ພະນັກງານຂົງເຂດຖະແຫຼງຂ່າວສື່ມວນຊົນວິທະຍຸ-ໂທລະພາບ,ໜັງສືພິມ ຈໍາປາໃໝ່ພິທີຈັດຂຶ້ນຢູ່ທີສະຖານີວິທະຍຸ-ໂທລະພາບແຂວງຈຳປາສັກ
ໃນໂອ້ກາດພົບປະໂອ້ລົມຄັ້ງນີ້: ທ່ານຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຮັບຟັງການລາຍງານສະພາບການນຳພາປະຕິບັດວຽກງານຖະແຫຼງຂ່າວສື່ມວນຊົນໃນໄລຍະຜ່ານມາ ເຊິ່ງສື່ມວນຊົນແຂວງໄດ້ເປັນກະບອກສຽງອັນແຫຼມຄົມໃຫ້ແກ່ອົງຄະນະພັກແຂວງໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກລະບຽບກົດໜາຍຂອງລັດ,ເຕົ້າໂຮມຄວາມສາມັກຄີທົ່ວປ່ວງຊົນລາວ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືແຂວງຈຳປາສັກ ໃຫ້ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



ພາຍຫັຼງຮັບຟັງການລາຍງານແລ້ວ ທ່ານ ປອ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ໂອ້ລົມໂດຍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳ ແລະສື່ມວນຊົນທີ່ສາມາດເຮັດສໍາເລັດໜ້າທີ່ຂອງຕົນໃນການເປັນສື່ກາງ ເປັນຂົວຕໍ່ໃຫ້ແກ່ພັກ-ລັດ ແລະ ປະຊາຊົນໄດ້ມີຄວາມສາມັກຄີເປັນເອກະພາບ ແລະ ປະຕິບັດແນວທາງຂອງພັກຕະຫຼອດມາ. ພ້ອມນີ້ທ່ານຫົວໜ້າໂຄສະນາອົບຮົມແຂວງໄດ້ເນັ້ນໃຫ້ສື່ມວນຊົນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ 75 ປີຂອງຕົນ, ປະຕິບັດໜ້າທີ່ໃຫ້ມີຜົນສຳເລັດສູງເປັນຕົ້ນການໂຄສະນາຮັບໃຊ້ໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ຂອງຜູ້ແທນອົງຄະນະພັກແຂວງຄັ້ງທີ IX ທີ່ຈະໄຂຂຶ້ນໃນມໍໆນີ້ ໃຫ້ເປັນຂະບວນຟົດຟື້ນກ້ວາງຂວາງ. ພ້ອມກັນໂຄສະນາຕອບຕ້ານຂ່າວປອມ,ກົນອຸບາຍໃສ່ຮ້າຍປ້າຍສີລະບອບໃໝ່ ແລະ ສ້າງຄວາມສັບສົນໃນສັງຄົມ, ເປັນເຈົ້າການພັດທະນາຕົນເອງດ້ວຍການນໍາໃຊ້ເງື່ອນໄຂຕາມຄວາມສາມາດ, ທ່າແຮງຂອງຕົນເຂົ້າໃນໜ້າທີ່ວຽກງານສື່ມວນຊົນໃຫ້ມີໃບໜ້າໃໝ່ແລະ ເກີດປະໂຫຍກສູງສຸດ.

ໂອກາດນີ້ທ່ານ ປອ ວັນນະໄຊ ຊາດຕະກຸນ ກໍາມະການພັກແຂວງ ຫົວໜ້າພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງ ກໍໄດ້ກ່າວຊົມເຊີຍຕໍ່ພະນັກງານຂົງເຂດສື່ມວນຊົນ ທີ່ຍາມໃດກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່, ທີ່ໄດ້ຮັບມອບໝາຍຢ່າງມີຜົນສໍາເລັດ, ຍົກໃຫ້ເຫັນນັກສື່ມວນຊົນຂອງແຂວງໄດ້ຮັບການຍົກລະດັບດ້ານຄວາມຮູ້ໃນການຂຽນຂ່າວ-ບົດ, ໄດ້ຮັບການພັດທະນາກ່ຽວກັບເຕັກນິກການນໍາໃຊ້ອຸປະກອນຕ່າງໆເຂົ້າໃນການນໍາສະເໜີຂ່າວຜ່ານສື່ອອນລາຍ ອີກດ້ວຍ.
