ສື່ລາວຍຸກໃໝ່! ເປີດຊຸດຝຶກອົບຮົມຍົກລະດັບການຜະລິດສື່ ແລະ ການນຳໃຊ້ AI ຜ່ານມືຖື

ນະຄອນຫຼວງວຽງຈັນ: 💡 ເມື່ອວັນທີ 22 ມິຖຸນາ 2026, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄດ້ເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າໃນສື່ຫຼາຍແພລດຟອມ, ຫຼາຍມິຕິ” ຢ່າງເປັນທາງການ ທີ່ໂຮງແຮມ ເມືອງແທັງ,ນະຄອນຫຼວງວຽງຈັນ.

ພິທີເປີດໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດໂດຍ ສະຫາຍ ວັນສີ ກົວມົວ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ສະຫາຍ ນາງ ດັງ ທິ ເຟືອງ ຖ້າວ, ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ຄະນະຮັບຜິດຊອບ, ວິທະຍາກອນ ແລະ ສໍາມະນາກອນເຂົ້າຮ່ວມທັງໝົດ 40 ສະຫາຍ (ໃນນີ້ມີສື່ມວນຊົນຍິງ 8 ສະຫາຍ) ທີ່ມາຈາກຫຼາກຫຼາຍພາກສ່ວນທີ່ເປັນກຳລັງຫຼັກຂອງວຽກງານສື່ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ (ຈັດຂຶ້ນແຕ່ວັນທີ 22-26 ມິຖຸນາ 2026) ເນັ້ນໃສ່ການປະຕິບັດຕົວຈິງ ແລະ ການຫັນປ່ຽນສູ່ລະບົບດິຈິຕອນ ໂດຍນັກຂ່າວ ແລະ ບຸກຄະລາກອນສື່ຈະໄດ້ຮຽນຮູ້ສິ່ງໃໝ່ໆ ເຊັ່ນ: ເຕັກນິກການຜະລິດສື່ຜ່ານມືຖື: ທັງການຖ່າຍພາບ, ຕັດຕໍ່ ວິດີໂອ ແລະ ແກ້ໄຂຜົນງານໃຫ້ສົມບູນແບບ.
ການນຳໃຊ້ AI ຢ່າງສ້າງສັນ: ຮຽນຮູ້ການສ້າງ “ຜູ້ຊ່ວຍ AI” (AI Assistant) ໂດຍບໍ່ຈຳເປັນຕ້ອງມີພື້ນຖານການຂຽນໂປຣແກຣມ, ການໃຊ້ AI ຊ່ວຍຂຽນບົດສະຄຣິບ (Script) ວິດີໂອ, ຂຽນຫົວຂໍ້ຂ່າວ ແລະ ເນື້ອໃນສື່ສັງຄົມອອນລາຍ.
ຈັນຍາບັນ ແລະ ຄວາມສ່ຽງ: ສຶກສາເຖິງໂອກາດ, ຂໍ້ຄວນລະວັງ ແລະ ຈັນຍາບັນໃນການນຳໃຊ້ AI ເຂົ້າໃນວຽກງານສື່.
ໃນພິທີເປີດ, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນ ແລະ ຝາກຂໍ້ຄິດທີ່ເລິກເຊິ່ງເຖິງບັນດາສຳມະນາກອນວ່າ:
”AI ອາດຈະບໍ່ສາມາດມາແທນທີ່ນັກຂ່າວໄດ້, ແຕ່ນັກຂ່າວທີ່ຮູ້ຈັກນຳໃຊ້ AI ຢ່າງສຳນິສຳນານ ຈະກາຍເປັນກຳລັງແຮງຫຼັກ ທີ່ຈະກ້າວຂຶ້ນມານຳໜ້າ ແລະ ກຳນົດທິດທາງຂອງສື່ມວນຊົນໃນຍຸກດິຈິຕອນນີ້”
ພ້ອມທັງຮຽກຮ້ອງໃຫ້ສໍາມະນາກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ຕັ້ງໃຈຄົ້ນຄວ້າ, ກ້າຕັ້ງຄຳຖາມ ແລະ ຖອດຖອນບົດຮຽນຈາກຜູ້ຊ່ຽວຊານ ສສ ຫວຽດນາມ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບສູງ ແລະ ຫັນເປັນທັນສະໄໝຢ່າງແທ້ຈິງ.

ສື່ມວນຊົນລາວ #ຝຶກອົບຮົມAI #ຄະນະໂຄສະນາອົບຮົມສູນກາງພັກ #ສື່ຍຸກໃໝ່ #LaosMedia #AIinJournalism
ໜັງສືພິມຈຳປາໃໝ່
ຂ່າວ: ມົນທຽນ ໄຊຍະສິດ
ພາບ: ວັນເພັງ