ສຳມະນາວິທະຍາສາດລະດັບຊາດ ລະນຶກວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ສຳມະນາວິທະຍາສາດລະດັບຊາດ ລະນຶກວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

       ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກ ວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2023 ທີ່ ສະໂມສອນຫຼັກ4; ໂດຍການເປັນປະທານ ຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມັນຕີກະຊວງປ້ອງກັນຄວາມສະຫງົບ; ມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ມີພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ, ເຊກອງ, ສາລະວັນ, ອັດຕະປື ແລະ ສະຫວັນນະເຂດເຂົ້າຮ່ວມ.

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນຍິ່ງ ຊຶ່ງພວກເຮົາຈະໄດ້ຮັບຟັງການສະເໜີບົດຂອງບັນດານັກວິທະຍາສາດ ໃນ 9 ຫົວຂໍ້ ກ່ຽວກັບແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ໃນແຕ່ລະຂົງເຂດ ເພື່ອສະຫຼຸບເປັນພື້ນຖານທາງດ້ານທິດສະດີ ແລະ ພຶດຕິກໍາຂອງພັກເຮົາ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານສຶກສາອົບຮົມ ແລະ ປຸກລະດົມໃຫ້ ສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫຼັງ ໄດ້ນໍາເອົານໍ້າໃຈເສຍສະຫຼະ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນໍາພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນການດໍາລົງຊີວິດ ຕະຫຼອດຮອດແນວຄິດຊີ້ນໍາຂອງເພິ່ນ ໄປຄົ້ນຄວ້າ, ສຶກສາຮໍ່າຮຽນ ແລະ ເປັນແວ່ນແຍງໃນການເຄື່ອນໄຫວ ແລະ ປະຕິບັດໜ້າທີ່ວຽກງານຂອງຕົນ.

ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກ ເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທໍາມະດາ ກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາທ່ານອື່ນໆ ຂອງແນວລາວສ້າງຊາດ ໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ.

ປີ 2006 ໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ປະທານ ຄໍາໄຕ ສີພັນດອນ ໄດ້ອອກພັກ ຜ່ອນບໍານານ; ແຕ່ເວລາໃດເພິ່ນ ກໍມີຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ສະພາບການຂອງປະເທດຊາດ, ບ້ານເມືອງ ກໍຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ, ຂອງລັດຖະບານ ໃນແຕ່ລະໄລຍະ; ເພິ່ນສືບຕໍ່ເຄື່ອນໄຫວ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນ ໃນການປັບປຸງ-ກໍ່ສ້າງພັກເຮົາ ໃຫ້ເຂັ້ມແຂງ, ສ້າງລັດໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ ແລະ ບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໂປ່ງໃສ; ດ້ວຍຄວາມເປັນຫ່ວງເປັນໄຍ ແລະ ຢາກໃຫ້ແນວທາງທີ່ພັກວາງອອກກາຍເປັນຈິງ, ເພິ່ນຈິ່ງໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດ ກັບຊີວິດຕົວຈິງຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ; ຈາກນັ້ນ, ຈິ່ງຄົ້ນຄວ້າຫາວິທີຊ່ວຍເຫຼືອເຂົາເຈົ້າ, ແນະນໍາ ແລະ ພາປະຊາຊົນເຮັດຕົວຈິງ; ເພິ່ນໃຊ້ເວລາພັກຜ່ອນ ລົງຕິດແທດກັບປະຊາຊົນ, ປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຕື່ນຕົວ ເປັນເຈົ້າການທໍາມາຫາກິນ ແລະ ສ້າງສາບ້ານຊ່ອງ; ເພິ່ນທັງເຄື່ອນໄຫວເປັນແບບຢ່າງ ໃຫ້ປະຊາຊົນເຫັນ ທັງຊຸກຍູ້ປຸກລະດົມໃຫ້ປະຊາຊົນເຮັດນໍາ ແລະ ເຮັດເພື່ອໃຫ້ຊຸມຊົນມີສ່ວນຮ່ວມ; ເພິ່ນພັກຜ່ອນແຕ່ຍັງຕິດພັນກັບການອອກແຮງງານ ແລະ ເຮັດຕົວຈິງຄືແນວນັ້ນ “ບໍ່ແມ່ນເພື່ອ ຜົນປະໂຫຍດສ່ວນຕົວ ແລະ ຄອບຄົວຂອງເພິ່ນແຕ່ຢ່າງໃດ, ການກະທໍາດັ່ງກ່າວ ແມ່ນເພື່ອຢາກໃຫ້ ແນວທາງຂອງພັກ ປະກົດຜົນເປັນຈິງ, ທັງເປັນປະໂຫຍດ ສໍາລັບການສຶກສາຮຽນຮູ້ ຂອງປະຊາຊົນລາວ ບັນດາເຜົ່າ ເພື່ອເສີມຂະຫຍາຍຕໍ່ໆໄປ”.

ກອງປະຊຸມສຳມະນາຄັ້ງນີ້ ເປັນການສືບຕໍ່ດໍາເນີນການສໍາມະນາຢູ່ຈຸດທີສອງ, ພາຍຫຼັງຈັດສໍາມະນາຈຸດທໍາອິດ ທີ່ແຂວງຫົວພັນ ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບໄດ້ ຖອດຖອນບົດຮຽນ ແລະ ສືບຕໍ່ປັບປຸງບັນດາບົດວິທະຍາສາດດັ່ງກ່າວ ໃຫ້ລະອຽດ, ຈະແຈ້ງ ແລະ ມີ ເນື້ອໃນຄົບຖ້ວນ ເລິກເຊິ່ງກວ່າເກົ່າ.

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກວິທະຍາກອນ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການສະເໜີບົດໃຫ້ເຈາະຈົງເຂົ້າບັນຫາ, ຈະແຈ້ງ, ບໍ່ເລົ່າເລື່ອງ ແລະ ຮັບປະກັນເວລາທີ່ໄດ້ກໍານົດ; ສ່ວນບັນດາສະຫາຍ ຈະປະກອບຄວາມເຫັນ ກໍ່ໃຫ້ຄົ້ນຄວ້າລົງເລິກບັນຫາ ໃຫ້ກະທັດຮັດຈະແຈ້ງ ແລະ ເຂົ້າບັນຫາ ເພື່ອເຮັດໃຫ້ກອງປະຊຸມສໍາມະນາທີ່ສໍາຄັນນີ້ ມີເນື້ອໃນ ອຸດົມສົມບູນ ແລະ ມີຜົນສໍາເລັດຢ່າງຈົບງາມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງກ່ຽວກັບການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເຂົ້າໃນການຍຶດອໍານາດ ໃນປີ 1975 ຂອງປະທານ ຄໍາໄຕ ສີພັນດອນ ໂດຍ ສະຫາຍ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂຶ້ນສະເໜີເນື້ອໃນດັ່ງກ່າວ. ພ້ອມນີ້, ກໍໄດ້ຮັບຟັງການຫວນຄືນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ ໂດຍສະຫາຍນາງ ແສງດາວັນ ສີພັນດອນ ຕາງໜ້າໃຫ້ຄອບຄົວ ປະທານ ຄໍາໄຕ ສີພັນດອນ;            ນອກນີ້, ກໍຍັງມີບັນດາທ່ານການນໍາຂັ້ນຕ່າງໆ ສະເໜີເນື້ອໃນແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານຕ່າງໆຄື: ແນວຄິດຊີ້ນໍາ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ແນວຄິດຊີ້ນໍາ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວຄິດຊີ້ນໍາ ກ່ຽວກັບການພັດທະນາເສດຖະກິດ – ການເງິນ, ແນວຄິດຊີ້ນໍາ ກ່ຽວກັບການກໍ່ສ້າງຮາກຖານການເມືອງຢູ່ແຂວງຈໍາປາສັກ, ແນວຄິດຊີ້ນໍາ ກ່ຽວກັບການກໍ່ສ້າງພັກ-ພະນັກງານໃນໄລຍະໃໝ່, ແນວຄິດຊີ້ນໍາ ກ່ຽວກັບວຽກງານວັດທະນະທໍາ, ແນວຄິດຊີ້ນໍາ ກ່ຽວກັບວຽກງານພົວພັນຕ່າງປະເທດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa