
ສານປະຊາຊົນແຂວງຈຳປາສັກ ໄດ້ຈັດຕັ້ງພິທີປາຖະກະຖາວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104ປີ (13 ທັນວາ 1920-13 ທັນວາ 2024), ວັນຊາດທີ 2 ທັນວາ 1975-2ທັນວາ 2024 ຄົບຮອບ 49 ປີ, ວັນຊາດສາທາລະນະລັດ ກູບາ(1-1-1959) ຄົບຮອບ 66 ປີ, ພັກຄອມມູນິດຫວຽດນາມ ( ຄົບຮອບ 95 ປີ), ວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ ( ຄົບຮອບ 101ປີ ) ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ພູວົງ ຈະເລີນລັດ ເລຂາໜວ່ຍພັກສານປະຊາຊົນແຂວງ ຫົວໜ້າກອງປະຕິບັດຄຳຕັດສິນຂອງສານປະຈຳແຂວງຈຳປາສັກ, ມີ ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພອ້ມພຽງ.
