ລັດສິສາຫາກິດນຳ້ປະປາ ແຂວງຈຳປາສັກ ຈັດພິທີປາຖະກະຖາ ສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ( 8 ກຸມພາ 1924-2024 ) ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ( 20 ມັງກອນ 1949-2024 ) ຄົບຮອບ 75 ປີ

          75 ປີ ກອງທັບປະຊາຊົນລາວ ຕໍ່ສູ້ເດັດດ່ຽວ ເດັດຂາດຢ່າງມີໄຊ ຍາດໄຊຊະນະເລື້ອຍມາ ແລະ 100ປີ ວັນເກີດ ປະທານ ຄຳໄຕສີພັນດອນ ຜູ້ນຳທີ່ແສນເຄົາລົບຮັກຂອງ ປວງປະຊາຊົນລາວ ລູກຮັກຫຼານປະເສີດຄວນຮໍ່າຮງນເອົາບົດຮງນດີເລີດຂອງທ່ານຜູ້ນຳ.

        ໃນຕອນເຊົ້າ ຂອງວັນທີ 26 ມັງກອນ 2024 ລັດວິສາຫະກິດນ້ຳປະປາ ແຂວງຈຳປາສັກ ຈັດພິທີປາຖະກະຖາ ສະເຫຼີມສະຫຼອງ ວັນເກີດ ປະທານ ຄຳໄຕ ສີພັນດອນ ( 8 ກຸມພາ 1924-2024 ) ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ  ( 20 ມັງກອນ 1949-2024 ) ຄົບຮອບ 75 ປີ; ໂດຍການເປັນປະທານ ບັນລະຍາຍເອກະສານ ຂອງທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມຮັບຟັງຂອງທ່ານ ກ້ອນເພັດ ວິວາສານ ຄະນະພັກຮາກຖານ ຮອງຜູ້ອຳນວຍການລັດວິສາຫະກິດນຳ້ປະປາ ແຂວງຈຳປາສັກ, ທ່ານ ຄຳໄໝ ຈັນທາສັກ ຮອງຜູ້ອຳນວຍການລັດວິສາຫະກິດນຳ້ປະປາ ແຂວງຈຳປາສັກ ພອ້ມຄະນະໜ່ວຍພັກ, ສະມາຊິກພັກ ພະນັກງານຫຼັກແຫຼ່ງ ພາຍໃນລັດວິສາຫະກິດນຳ້ປະປາແຂວງຈຳປາສັກ ເຂົ້າຮ່ວມ ຢ່າງພອ້ມພຽງ.

       ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກ ເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດ ເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທໍາມະດາ ກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາທ່ານອື່ນໆ ຂອງແນວລາວສ້າງຊາດ ໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ.

        ຈາກນັ້ນ, ປະທານ ກໍ່ໄດ້ຫວນຄືນປະຫວັດສາດການກຳເນີດ ແລະ ການສ້າງຕັ້ງກອງທັບປະຊາຊົນລາວ, ຜົນງານການເຕີບໃຫຍ່ຂະຫຍາຍຕົວ ແລະ ໄຊຊະນະໃນໄລຍະການຕໍ່ສູ້ປົດປອ່ຍຊາດໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພອ້ມທັງຍົກໃຫ້ເຫັນທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ, ກ້າຫານຂອງກອງທັບປະຊາຊົນລາວ, ພອ້ມນັ້ນ ທ່ານຍັງສະເໜີເຖິງທິດທາງເພື່ອສືບຕໍ່ຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa