ພິທີເປີດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກ ພັກປະຊາຊົນ ປະຕິວັດລາວ ຊຸດທີ IV ປະຈຳປີ 2023

ພິທີເປີດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກ

ພັກປະຊາຊົນ ປະຕິວັດລາວ  ຊຸດທີ IV ປະຈຳປີ 2023

         ໃນຕອນເຊົ້າ ຂອງວັນທີ 08 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງຈຳປາສັກ ເປີດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV  ປະຈຳປີ 2023 ຂຶ້ນທີ່ສະໂມສອນຫັຼກ 4;  ພາຍໃຕ້ການໃຫ້ກຽດເປັນປະທານກ່າວເປີດ ຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໂດຍມີ ສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານອ້ອມຂ້າງແຂວງ, ຄະນະຮັບຜິດຊອບຊຸດອົບຮົມ ແລະ ບັນດາສະຫາຍມະຫາຊົນກ້າວໜ້າທີ່ໄດ້ຮັບການຝຶກອົບຮົມ ຈຳນວນ 22 ສະຫາຍ, ຍິງ 6 ສະຫາຍ ເຊິ່ງມາຈາກ 9 ຮາກຖານ ແລະ 7 ໜ່ວຍພັກຮາກຖານ ເຂົ້າຮ່ວມ.

ໃນພິທີ ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວເປີດຊຸດອົບຮົມໃນຄັ້ງນີ້, ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການນໍາຄະນະພັກຮາກຖານ ແລະ ຫນ່ວຍພັກຮາກຖານ ທີ່ໄດ້ເອົາໃຈໃສ່ວຽກງານຂະຫຍາຍພັກ ແລະ ໄດ້ສົ່ງມະຫາຊົນກ້າວຫນ້າເຂົ້າຝຶກອົບຮົມ ໃນຄັ້ງນີ້. ພ້ອມນັ້ນ ກໍ່ຍັງໄດ້ເນັ້ນຫນັກວ່າ: ມະຫາຊົນແມ່ນກໍາລັງພື້ນຖານ ແລະ ເປັນກໍາລັງຕັດສິນຂອງທຸກໆການປະຕິວັດສັງຄົມ “ ມະຫາຊົນເປັນຜູ້ສ້າງປະຫວັດສາດ, ພາລະກິດປະຕິວັດ ແມ່ນພາລະກິດຂອງມະຫາຊົນ ” ເວົ້າລວມ ສະເພາະ ມະຫາຊົນທີ່ກ້າວຫນ້າແມ່ນຜູ້ທີ່ໄດ້ຜ່ານການທົດສອບໃນວຽກງານຕົວຈິງ, ມີຄວາມຫ້າວຫັນບຸກບືນ, ມີຄວາມຫນັກແຫນ້ນ ທາງດ້ານຄຸນທາດການເມືອງມະຫາຊົນ ແລະ ເປັນຜູ້ທີ່ມີຄວາມຕື່ນຕົວທາງດ້ານການເມືອງຕາມອຸດົມການຂອງພັກ, ເຮັດສໍາເລັດທຸກໜ້າວຽກງານ ທີ່ພັກ ແລະ ການຈັດຕັ້ງມອບຫມາຍໃຫ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa