
ໃນຕອນເຊົ້າ ຂອງວັນທີ 29 ສິງຫາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບຮົມເປົ້າຫມາຍ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV ປະຈໍາປີ 2024; ຂຶ້ນທີ່ສະໂມສອນຫຼັກ4 ໂດຍພາຍໃຕ້ການໃຫ້ກຽດເປັນປະທານກ່າວເປີດ ຂອງ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ.


ໂດຍມີ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານອົບຮົມ, ສະຫາຍ ສົມພອນ ວິໄລສົມ ຫົວຫນ້າຂະແຫນງອົບຮົມ, ມີຄະນະພັກຮາກຖານ, ຄະນະຫນ່ວຍພັກຮາກຖານອ້ອມຂ້າງແຂວງ, ຄະນະຮັບຜິດຊອບຊຸດອົບຮົມ ແລະ ບັນດາສະຫາຍມະຫາຊົນກ້າວຫນ້າ ທີ່ໄດ້ຮັບການຝຶກອົບຮົມ ຈໍານວນ 48 ສະຫາຍ, ຍິງ 25 ສະຫາຍ ເຊິ່ງມາຈາກ 7 ຮາກຖານ 11 ຫນ່ວຍພັກຮາກຖານ ແລະ 3 ຄະນະພັກ ເຂົ້າຮ່ວມ.



ໃນພິທີ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວເປີດຊຸດອົບຮົມໃນຄັ້ງນີ້, ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ການນໍາຄະນະພັກຮາກຖານ ແລະ ຫນ່ວຍພັກຮາກຖານ ທີ່ໄດ້ເອົາໃຈໃສ່ວຽກງານຂະຫຍາຍພັກ ແລະ ໄດ້ສົ່ງມະຫາຊົນກ້າວຫນ້າເຂົ້າຝຶກອົບຮົມ ໃນຄັ້ງນີ້. ພ້ອມນັ້ນ ກໍ່ຍັງໄດ້ເນັ້ນຫນັກວ່າ: ມະຫາຊົນແມ່ນກໍາລັງພື້ນຖານ ແລະ ເປັນກໍາລັງຕັດສິນຂອງທຸກໆການປະຕິວັດສັງຄົມ “ ມະຫາຊົນເປັນຜູ້ສ້າງປະຫວັດສາດ, ພາລະກິດປະຕິວັດ ແມ່ນພາລະກິດຂອງມະຫາຊົນ ” ເວົ້າລວມ ສະເພາະ ມະຫາຊົນທີ່ກ້າວຫນ້າແມ່ນຜູ້ທີ່ໄດ້ຜ່ານການທົດສອບໃນວຽກງານຕົວຈິງ, ມີຄວາມຫ້າວຫັນບຸກບືນ, ມີຄວາມຫນັກແຫນ້ນ ທາງດ້ານຄຸນທາດການເມືອງມະຫາຊົນ ແລະ ເປັນຜູ້ທີ່ມີຄວາມຕື່ນຕົວທາງດ້ານການເມືອງຕາມອຸດົມການຂອງພັກ, ເຮັດສໍາເລັດທຸກຫນ້າວຽກງານ ທີ່ພັກ ແລະ ການຈັດຕັ້ງມອບຫມາຍໃຫ້.
