ພິທີເປີດຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ II ປະຈໍາປີ 2024

       ໃນຕອນເຊົ້າ ຂອງວັນທີ 13 ມີນາ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບຮົມເປົ້າຫມາຍ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປະຈໍາປີ 2024; ຂຶ້ນທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການໃຫ້ກຽດເປັນປະທານກ່າວເປີດ ຂອງ ສະຫາຍ ບົວສອນ ວົງຫາຈັກ ເລຂາຫນ່ວຍພັກຮາກຖານ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ.ໂດຍມີ ສະຫາຍ ສົມພອນ ວິໄລສົມ ຫົວຫນ້າຂະແຫນງອົບຮົມ, ມີຄະນະພັກຮາກຖານ, ຄະນະຫນ່ວຍພັກຮາກຖານອ້ອມຂ້າງແຂວງ, ຄະນະຮັບຜິດຊອບຊຸດອົບຮົມ ແລະ ບັນດາສະຫາຍມະຫາຊົນກ້າວຫນ້າ ທີ່ໄດ້ຮັບການຝຶກອົບຮົມ ຈໍານວນ 21 ສະຫາຍ, ຍິງ 12 ສະຫາຍ ເຊິ່ງມາຈາກ 4 ຮາກຖານ ແລະ 1 ຫນ່ວຍພັກຮາກຖານ ເຂົ້າຮ່ວມ.

       ໃນພິທີ ສະຫາຍ ບົວສອນ ວົງຫາຈັກ ເລຂາຫນ່ວຍພັກຮາກຖານ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວເປີດບັ້ນຊຸດອົບຮົມໃນຄັ້ງນີ້, ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ການນໍາຄະນະພັກຮາກຖານ ແລະ ຫນ່ວຍພັກຮາກຖານ ທີ່ໄດ້ເອົາໃຈໃສ່ວຽກງານຂະຫຍາຍພັກ ແລະ ໄດ້ສົ່ງມະຫາຊົນກ້າວຫນ້າເຂົ້າຝຶກອົບຮົມໃນຄັ້ງນີ້. ພ້ອມນັ້ນ ກໍ່ຍັງໄດ້ເນັ້ນຫນັກໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ – ເຂົ້າໃຈ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມາດຖານເງື່ອນໄຂມະຫາຊົນຜູ້ທີ່ເຂົ້າເປັນສະມາຊິກພັກ, ຂໍ້ຫ້າມສຳລັບສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ປົກປ້ອງບົດບາດ, ກຽດສັກສີຂອງພັກ ເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ບົນພື້ນຖານ ຄວາມຮັບຮູ້ດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕ້ອງໄດ້ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ທີ່ໜັກແໜ້ນ ເຂັ້ມແຂງ ແລະ ເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa