Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ພິທີເປີດຊຸດຝຶກອົບຮົມມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ VI -

ພິທີເປີດຊຸດຝຶກອົບຮົມມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ VI

       ໃນຕອນເຊົ້າຂອງວັນທີ 30 ທັນວາ 2024 ຄະນະໂຄສະນອົບຮົມແຂວງຈຳປາສັກ ໄດ້ເປີດຊຸດຝຶກອົບຮົມມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ VI ປະຈຳປີ 2024 ເຊິ່ງໄດ້ຈັດຂື້ນທີ່ຫ້ອງປະຊຸມສະໂມສອນຫັຼກ 4 ຂອງແຂວງ; ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ ແລະ ຄະນະຮັບຜິດຊອບ ພ້ອມດ້ວຍນັກສຳມະນາກອນທັງໝົດເຂົ້າຮ່ວມຈຳນວນ 32 ສະຫາຍ, ຍິງ 11 ສະຫາຍ ເຊິ່ງມາຈາກ 08 ຮາກຖານ 09 ໜ່ວຍຮາກຖານທີ່ຂື້ນກັບ.

       ພິທີຝຶກຊຸດອົບຮົມດັ່ງກ່າວແມ່ນຈະໄດ້ດຳເນີນເປັນເວລາ 2 ວັນ ແລະ ເອກະສານທີ່ນຳໃຊ້ເຂົ້າໃນການອົບຮົມໃນຄັ້ງນີ້ມີ 13 ຄໍາຖາມ-ຄໍາຕອບ ເຊິ່ງປະກອບມີເອກະສານຄວາມຮູ້ເບື່ອງຕົ້ນ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ. ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕອ້ງໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.

      ໃນຕອນທ້າຍປະທານກໍ່ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ນັກສຳມະນາກອນທັງໝົດ, ຈົ່ງພ້ອມກັນເອົາໃຈໃສ່ບຸກບືນຫ້າວຫັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ໄດ້ມອບໝາຍໃຫ້ຢ່າງມີຜົນສຳເລັດ, ແລະ ມອບຄວາມຮັບຜິດຊອບດັ່ງກ່າວ ໃຫ້ຄະນະພັກທີ່ກ່ຽວຂ້ອງນຳໄປສຶກສາອົບຮົມ ເພື່ອໃຫ້ມະຫາຊົນໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ຈົນກາຍເປັນສະມາຊິກພັກສຳຮອງ, ສົມບູນໃນຕໍ່ໜ້າ.ຈາກນັ້ນ ທ່ານປະທານກໍ່ໄດ້ກ່າວເປີດພິທີຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa