Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ II ທີ່ເມືອງປະທຸມພອນ -

ພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ-ແນວທາງຂອງພັກ ໄລຍະສັ້ນ ຮຸ່ນທີ II ທີ່ເມືອງປະທຸມພອນ

        ເມືອງປະທຸມພອນ ຈັດພິທີປິດຊຸດຝຶກອົບຮົມ ທິດສະດີການເມືອງ-ແນວທາງຂອງພັກ ໄລຍະສັ້ນ 15 ວັນ ຮຸ່ນທີ II ໄດ້ຈັດຂຶ້ນ ໃນເຊົ້າວັນທີ 7 ສິງຫາ 2025 ຢູ່ທີ່ສະໂມສອນຂອງເມືອງ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ສົມຈິດ ແພງສະຫວັດ ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ, ມີ ສະຫາຍ ສີທະນົນໄຊ ສີສະຫວ່າງວົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ- ເມືອງ ,ແຂກທີ່ຖືກເຊີນ, ຄູອາຈານ ແລະ ບັນດານັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີ ສະຫາຍ ສີທະນົນໄຊ ສີສະຫວ່າງວົງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ໃນຄັ້ງນີ້ໄດ້ຈັດຂຶ້ນແຕ່ວັນທີ 7 ກໍລະກົດ 2025 – 1 ສິງຫາ 2025 ມີນັກຝຶກອົບຮົມທັງໝົດ 105 ສະຫາຍ, ຍິງ 49 ສະຫາຍ, ແມ່ນໄດ້ສຳເລັດຕາມແຜນການທີ່ວາງໄວ້ ເຊິ່ງຜ່ານການຝຶກອົບຮົມຕົວຈິງເຫັນໄດ້ຄຸນນະພາບຄວາມຮັບຮູ້ຂອງນັກສຳມະນາກອນ ເຊີ່ງເປັນເຈົ້າການຄົ້ນຄວ້າແລກປ່ຽນຄຳຄິດຄຳເຫັນ ແລະ ສົມທົບກັບການສ້າງກິດຈະກຳເຮັດໃຫ້ການຝຶກອົບຮົມສາມາດບັນລຸຄາດຕາມແຜນ. ສະແດງອອກ ການຂຶ້ນຫ້ອງສອນຂອງຄູ-ອາຈານປະເມີນໄດ້ດີຫຼາຍ 95%, ຄວາມເຂົ້າໃຈຂອງນັກສຳມະນາກອນປະເມີນໄດ້ດີຫຼາຍ 95%.


ໂອກາດດັ່ງກ່າວນີ້ ສະຫາຍ ສົມຈິດ ແພງສະຫວັດ ເລຂາຄະນະບໍລິຫານງານພັກ ເມືອງປະທຸມພອນ ກໍ່ໄດ້ມີຄຳເຫັນຕໍ່ຜົນສຳເລັດຂອງການຝຶກອົບຮົມ ເຊິ່ງສະຫາຍ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບກໍ່ຄືອາຈານ ແລະ ນັກສຳມະນາກອນ ທີ່ເປັນເຈົ້າການຮຽນຮູ້ບົດຮຽນອັນໃໝ່ທາງດ້ານທິດສະດີ-ແນວທາງທີ່ມີຄວາມສຳຄັນ ແລະ ຈຳເປັນໃນສະພາບການປະຕິບັດວຽກງານ; ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງມາຍັງນັກສຳມະນາກອນຈົ່ງສືບຕໍ່ສຶກສາຄົ້ນຄວ້າແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ເລິກເຊິ່ງ, ເປັນແບບຢ່າງທີ່ດີໃນການປະຕິບັດໜ້າທີ່ວຽກງານ, ນຳໃຊ້ຄວາມຮູ້ພື້ນຖານທາງດ້ານ-ແນວທາງ ໝູນໃຊ້ເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຢູ່ກົມກອງ ແລະ ຂັ້ນຮາກຖານບ້ານໃຫ້ມີຜົນສໍາເລັດຂຶ້ນກວ່າເກົ່າ.
ໃນຕອນທ້າຍ ກໍ່ໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ບັນດານັກສຳມະນາກອນເພື່ອເປັນການຢັ້ງຢືນເຖິງຜົນສໍາເລັດການຝຶກອົບຮົມຄັ້ງນີ້

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa