ພະແນກ ພະລັງງານ ແລະ ບໍ່ແຮແຂວງຈຳປາສັກ ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດ ແລະ ເຊື່ອມຊືມເອກະສານກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານສູນກາງພັກ ຄັ້ງທີ XI

ພະແນກ ພະລັງງານ ແລະ ບໍ່ແຮແຂວງຈຳປາສັກ ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດ ແລະ ເຊື່ອມຊືມເອກະສານກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານສູນກາງພັກ ຄັ້ງທີ XI

       ໃນຕອນເຊົ້າ ຂອງວັນທີ 23 ພະຈິກ 2023 ພະແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ ຈັດພິທີປາຖະກະຖາ ວັນມະຫາປະຕິວັດເດືອນຕຸລາລັດເຊຍ ຄົບຮອບ 106 ປີ ແລະ ວັນເກີດຂອງທ່ານອັງແກນຄົບຮອບ 203 ປີ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນສະຖາປານາ ສປປ ລາວ ຄົບຮອບ 48 ປີ, ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝ ທີ XI ຂື້ນທີ່ ຫອ້ງປະຊຸມຂອງລັດວິສາຫາກິດໄຟຟ້າລາວ, ໃຫ້ກຽດເປັນປະທານ ຂອງທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍການເຂົ້າຮ່ວມຂອງ ຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ພອ້ມພະນັກງານຫຼັກແຫຼ່ງ ເຂົ້າຮ່ວມທັງໝົດ 93 ສະຫາຍ, ຍິງ 26 ສະຫາຍ.

ໃນພິທີ ທ່ານປະທານ ກໍ່ໃຫ້ກຽດເລົ່າຄືນມູນເຊື້ອເຖິງການປະຕິວັດເດືອນຕຸລາລັດເຊຍ ເຊິ່ງທ່ານກໍ່ໄດ້ຍົກໃຫ້ເຫັນ, ໄດ້ຄວາມໝາຍອັນຍິ່ງໃຫ່ຍໃນປະຫັວດສາດ ມັນເປັນການແກ້ໄຂສັງກາດໃໝ່ໃຫ້ແກ່ມວນມະນຸດ ໃນການຂ້າມຜ່ານໄປສູ່ລະບອບໃໝ່, ກໍຄືລະບອບສັງຄົມນິຍົມ, ເຮັດໃຫ້ໂລກເຊິ່ງປົກຄຸ້ມດ້ວຍລະບອບທຶນນິຍົມຖືກແຕກອອກເປັນປ່ຽງ ກາຍເປັນລະບົບສັງຄົມນິຍົມໃນຂອບເຂດທົ່ວໂລກ, ຈາກນັ້ນທ່ານປະທານກໍ່ຍັງໄດ້ເລົ່າເຖິງຜົນງານ ແລະ ຄຸນງາມຄວາມຂອງດີທ່ານອັງແກນເຊິ່ງທ່ານເປັນນັກປະຕິວັດທີ່ກ້າແກ່ນ, ອົດທົນ, ໜ້ຽວແໜ້ນຕະຫຼອດຊີວິດ ເພິ່ນໄດ້ອຸທິດທັງເຫື່ອແຮງ ແລະ ສະຕິປັນຍາຂອງເພິ່ນເພື່ອພາລະກິດປະຕິວັດ-ພາລະກິດ ປົດປ່ອຍຊົ້ນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃຫ້ຫຼຸດພົ້ນອອກຈາກແອກກົດຂີ່ຂູດຮີດ, ເຮັດໃຫ້ເຂົ້າເຈົ້າມີຊີວິດສົດໃສ, ມີອິດສະຫຼະພາບ ແລະ ສະເໝີພາບຢ່າງແທ້ຈິງ.

ຈຸດປະສົງໃນການຈັດປາຖະກະຖາໃນຄັ້ງນີ້ ກໍ່ເພື່ອໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານສະມາຊິກພັກທັງໝົດ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງເນື້ອໃນວັນສຳຄັນດັ່ງກ່າວເພື່ອນຳໄປໝູນໃຊ້ເຂົ້າການປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa