
ວັນທີ 13 ທັນວາ 2024 ພະແນກຍຸຕິທຳແຂວງຈຳປາສັກ ໄດ້ຈັດຕັ້ງພິທີປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ(2 ທັນວາ 1975-2 ທັນວາ 2024) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104ປີ (13 ທັນວາ 1920-13 ທັນວາ 2024) ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ສົມນຶກ ແສງອາໄພ ຫົວໜ້າກອງປະຕິບັດຄຳຕັດສິນຂອງສານປະຈຳແຂວງຈຳປາສັກ, ມີ ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານລັດຖະກອນທັງໝົດເຂົ້າຮ່ວມ.

ພິທີປາຖະກະຖາໃນຄັ້ງນີ້, ແມ່ນໄດ້ຫວນຄືນມູນເຊື້ອ ແລະ ຄວາມໜາຍ ຄວາມສຳຄັນຂອງ 2 ວັນປະຫວັດສາດດັ່ງກ່າວ, ໂດຍສະເພາະ ກໍຄື ວັນຊາດ ທີ 2 ທັນວາ ແມ່ນ ເປັນວັນໄຊຊະນະອັນຍິ່ງໃຫ່ຍໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງປວງຊົນລາວທັງຊາດ, ເປັນວັນທີ່ລາວເຮົາໄດ້ຮັບອິດສະຫຼະພາບ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ທັງເປັນວັນແຫ່ງການໄຂສັງກາດໃໝ່ ແຫ່ງການສ້າງປະເທດລາວເປັນສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ. ນອກນັ້ນ ຍັງຍົກໃຫ້ເຫັນເຖິງການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລຈົນຮອດປະຈຸບັນນີ້.

ພ້ອມດຽວກັນ, ກໍໄດ້ບັນລະຍາຍເອກະສານ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104ປີ, ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ-ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ; ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດໃນການ ນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
