ພະແນກຍຸດຕິທຳ ຈັດພິທີປາຖະກະຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ( 8 ກຸມພາ 1924-2024 ) ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ  ( 20 ມັງກອນ 1949-2024 ) ຄົບຮອບ 75 ປີ

ພະແນກຍຸດຕິທຳ ຈັດພິທີປາຖະກະຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ( 8 ກຸມພາ 1924-2024 ) ຄົບຮອບ 100 ປີ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ  ( 20 ມັງກອນ 1949-2024 ) ຄົບຮອບ 75 ປີ

75 ປີ ກອງທັບປະຊາຊົນລາວ ຕໍ່ສູ້ເດັດດ່ຽວ ເດັດຂາດຢ່າງມີໄຊ ຍາດໄຊຊະນະເລື້ອຍມາ ແລະ 100ປີ ວັນເກີດ ປະທານ ຄຳໄຕສີພັນດອນ ຜູ້ນຳທີ່ແສນເຄົາລົບຮັກຂອງ ປວງປະຊາຊົນລາວ ລູກຮັກຫຼານປະເສີດຄວນຮໍ່າຮງນເອົາບົດຮງນດີເລີດຂອງທ່ານຜູ້ນຳ.

ໃນຕອນເຊົ້າ ຂອງວັນທີ 9 ມັງກອນ 2024 ພະແນກຍຸຕິທຳແຂວງຈຳປາສັກ ຈັດພິທີປາຖະກະຖາ ວັນເກີດປະທານຄຳໄຕ ສີພັນດອນ ( 8 ກຸມພາ 1924-2024 ) ຄົບຮອບ 100 ປີ , ແລະ ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ  ( 20 ມັງກອນ 1949-2024 ) ຄົບຮອບ 75 ປີ; ໂດຍການໃຫ້ກຽດເປັນປະທານ ບັນລະຍາຍເອກະສານ ຂອງທ່ານ ປອ ວັນນະລາ ສຸດທິຈັກ ປະທານກວດກາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍການເຂົ້າຮ່ວມຮັບຟັງ ຂອງທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ພອ້ມຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ ພອ້ມດ້ວຍພະນັກງານວິຊາການ ເຂົ້າຮ່ວມຢ່າງພອ້ມພຽງ.

ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກ ເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດ ເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທໍາມະດາ ກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາທ່ານອື່ນໆ ຂອງແນວລາວສ້າງຊາດ ໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ.

ຈາກນັ້ນ, ປະທານ ກໍ່ໄດ້ຫວນຄືນປະຫວັດສາດການກຳເນີດ ແລະ ການສ້າງຕັ້ງກອງທັບປະຊາຊົນລາວ, ຜົນງານການເຕີບໃຫຍ່ຂະຫຍາຍຕົວ ແລະ ໄຊຊະນະໃນໄລຍະການຕໍ່ສູ້ປົດປອ່ຍຊາດໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພອ້ມທັງຍົກໃຫ້ເຫັນທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ, ກ້າຫານຂອງກອງທັບປະຊາຊົນລາວ, ພອ້ມນັ້ນ ທ່ານຍັງສະເໜີເຖິງທິດທາງເພື່ອສືບຕໍ່ຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa