Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ພະແນກການເງິນແຂວງຈຳປາສັກ ຈັດພິທີປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ -

ພະແນກການເງິນແຂວງຈຳປາສັກ ຈັດພິທີປາຖະກະຖາ ວັນສຳຄັນຂອງພັກ-ຂອງຊາດ

ຫວນຄືນມູນເຊື້ອ, ໄຊຊະນະຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາ-ຊີ້ນຳຂອງພັກ-ລັດເຮົາ.

       ພະແນກການເງິນແຂວງຈຳປາສັກ ຈັດພິທີປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດຂອງທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ເຊິ່ງໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 13 ທັນວາ 2024 ທີ່ຫ້ອງປະຊຸມວິທະຍາໄລການເງິນພາກໃຕ້. ໂດຍພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ພິມພອນ ພັນດານຸວົງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີ ຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານ-ລັດຖະກອນ ທີ່ມາຈາກ ຫ້ອງພາສີ, ຫ້ອງຄັງເງິນ, ຫ້ອງສ່ວຍສາອາກອນ, ຈຳນວນເຂົ້າຮ່ວມທັງໝົດ 118 ທ່ານ, ຍິງ 44 ທ່ານ.

         ໃນພິທີ ທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດຂື້ນບັນລະຢາຍເອກະສານ ວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ເຊິ່ງທ່ານກໍ່ໄດ້ຍົກໃຫ້ເຫັນມູນເຊື້ອໄຊຊະນະຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສຳເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ ການນຳພາ-ຊີ້ນຳຂອງພັກ-ລັດເຮົາ. ເຊິ່ງໄດ້ຖືເອົາໂອກາດນີ້ເປັນການເພີ່ມທະວີສຶກສາອົບຮົມພະນັກງານ, ສະມາຊິກພັກ, ລັດຖະກອນກ່ຽວກັບນ້ຳໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງບັນດາເຜົ່າ, ນ້ຳໃຈຕໍ່ສູ້ອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນຜູ້ຮັກຊາດ.
ຈາກນັ້ນ ທ່ານ ພິມພອນ ພັນດານຸວົງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ ກໍ່ໃຫ້ກຽດຂື້ນບັນລະຍາຍເອກະສານ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ເຊິ່ງທ່ານກໍ່ໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄຶ່ອນໄຫວຜົນງານ ແລະ ຄຸນງາມຄວາມດີ ປະທານ ໄກສອນ ​ແມ່ນ​ລູກ​ຮັກ​ຫຼານ​ແພງຂອງ​ປະຊາຊົນ​ລາວ​ບັນ​ດາ​ເຜົ່າ, ​ແມ່ນ​ຜູ້​ຮັກ​ຊາດ, ນັກ​ປະຕິວັດ​ຢ່າງ​ຍິ່ງ​ໃຫຍ່​ຂອງ​ຊາດ ຂອງວິລະ​ບຸລຸດ, ຜູ້ນຳ​ຂອງ​ ພັກ​-ລັດ ທີ່ປີ​ຊາ​ສາມາດສະຫຼາດ​ສ່ອງ​ໃສ ​ແລະ​ ສະດຸ້​ງ​ໄວ. ເພິ່ນ​ທັງ​ເປັນ​ນັກ​ທິດສະ​ດີ ​ແລະ ພຶດຕິ​ກຳ, ​ເປັນ​ນັກປຸກລະດົມ​ຂົນ​ຂວາຍ ແລະ​ ເປັນ​ນັກ​ໂຄສະນາ​ປາຖະກະຖາ ທີ່​ດີ​ເລີດ, ​ເປັນ​ນັກ​ຍຸດ​ທະ​ສາດ, ນັກ​ອອກ​ແບບ​ຍຸດ​ໂທ​ບາຍ ​ແລະ ວິ​ທິປະຕິວັດທີ່​ສະຫຼາດ​ຄ່ອງ​ແຄ້ວ.

           ປະທານ ​ໄກສອນ ພົມວິຫານ ​ເປັນ​ສັນຍາ​ລັກ ​ແລະ ​ເປັນ​ແກ່ນສານຂອງ​ຄວາມ​ສາມັກ​ຄີພາຍ​ໃນ​ພັກ ​ແລະ ​ໃນ​ຊາດ ຍາມ​​ໃດ​ເພິ່ນ​ໄດ້​ເອົາ​ໃຈ​ໃສ່​ສ້າງ ​ແລະ ​ເພິ່ມທະວີຄວາມ​ສາມັກຄີ​ປອງ​ດອງ​ລະຫວ່າງ​ເຜົ່າ, ຄວາມ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ຊາດ ​ແລະ ​ຄວາມ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ ແລະ ຈຸດປະສົງໃນການຈັດປາຖະກະຖາໃນຄັ້ງນີ້ ເປັນການຫວນຄືນມູນເຊື້ອວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ ເພື່ອເຮັດໃຫ້ພະນັກງານສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈ ເຖິງເນື້້ອໃນວັນສຳຄັນດັ່ງກ່າວ.

#ຄໍາຂວັນໂຄສະນາ-ປຸກລະດົມ
ຊົມເຊີຍ ວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ ຢ່າງສຸດໃຈ!
ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ
ສາທາລະນະລດັ ປະຊາທປິະໄຕ ປະຊາຊົນລາວ ໝັ້ນຍືນ !
ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງພວກເຮົາຕະຫຼອດໄປ
ຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດຂອງປະທານ ໄກສອນ ພົມວິຫານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa