ພະແນກກະສິກໍາ​ ແລະ​ ປ່າໄມ້​ແຂວງຈໍາປາສັກ ເຊື່ອມຊຶມເອກະ​ສານສໍາຄັນຂອງຊາດ ແລະ​ ຂອງພັກ

     ໃນຕອນເຊົ້າ ຂອງວັນທີ 11 ມີນາ 2024,​ ພະແນກກະສິກໍາ​ ແລະ ປ່າໄມ້​ແຂວງຈໍາປາສັກ ໄດ້ຈັດພິທີປາຖະກະຖາເອກະສານວັນສໍາຄັນຕ່າງໆຂອງຊາດ ແລະ​ ຂອງພັກ​ ຄື: ເອກະສານວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ(20/1/1949 -​ 20/1/2024), ເອກະສານວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ​ (8​/2/1924​ -​ 8​/2​/2024)​, ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22/3/1955 – 22/3/2024​) ແລະ​ ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ​ ຄົບຮອບ 78 ປີ(21/3/1946 – 21/3/2024​). ພິທີຈັດຂຶ້ນ​ຢູ່ສູນຄົ້ນຄວ້າກະສິກໍາພາກໃຕ້​ ບ້ານໂພນງາມ ນະຄອນ​ປາກເຊ​ ໂດຍການເຂົ້າຮ່ວມ​ ແລະ​ ບັນລະຍາຍເອກະສານຂອງ ທ່ານ​ ປອ.​ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ​ ຫົວໜ້າຄະນະໂຄສະນາອົບຮົມແຂວງ.​ ມີທ່ານ​ ຄໍາ​ ນິລະວົງ​ ຄະນະພັກຮາກຖານ​ ຮອງຫົວໜ້າພະແນກກະສິກໍາ​ ແລະ ປ່າໄມ້​ແຂວງ​ ພ້ອມດ້ວຍການນໍາຂະແໜງການ,​ການນໍາກອງ, ສູນ,​ ສະຖານີ,​ ການນຳຫຼັກແຫຼ່ງ,​ ສະມາຊິກພັກ ແລະ​ ພະນັກງານ​ -​ ລັດຖະກອນພາຍໃນພະແນກດັ່ງກ່າວ ເຂົ້າຮ່ວມ.​

       ເນື້ອໃນເອກະສານວັນສ້າງຕັ້ງກອງທັບປະຊາຊົນລາວ​ ໄດ້ຍົກໃຫ້ເຫັນສະພາບແວດລ້ອມກ່ອນການສ້າງຕັ້ງກອງທັບ,​ ການກໍາເນີດ, ຄວາມຈໍາເປັນພາວະວິໄສ ແລະ​ ຄວາມໝາຍຂອງການສ້າງຕັ້ງກອງທັບປະຊາຊົນລາວ; ຍົກໃຫ້ເຫັນຜົນງານໄຊຊະນະ,​ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນແຕ່ລະໄລຍະ ຄື: ໄລຍະດໍາເນີນການປະຕິວັດ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ ແຕ່ປີ​ 1949 -​ 1954; ໄລຍະການຕໍ່ສູ້ກູ້ຊາດ ຕ້ານການຮຸກຮານຂອງຈັກກະພັດອາເມລິກາ ແຕ່ປີ​ 1954 -​ 1975; ຍົກໃຫ້ເຫັນຜົນງານໄຊຊະນະ,​ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງທ້ອງຖິ່ນ ແຂວງຈໍາປາສັກ​ ໄລຍະດໍາເນີນການຕໍ່ສູ້ ຕ້ານການຮຸກຮານຂອງຈັກກະພັດອາເມລິກາ ແຕ່ປີ​ 1962 -​ 1975​ ເຊິ່ງມີ​ 3 ໄລຍະ,​ ໄລຍະທີ 1 ແຕ່ປີ​ 1962​ -​ 1964, ໄລຍະທີ 2 ແຕ່ປີ​ 1964 -​ 1968, ໄລຍະທີ 3 ແຕ່ປີ​ 1969 -​ 1975.​ ນອກນີ້​ ທ່ານຍັງຍົກໃຫ້ເຫັນຜົນງານໄຊຊະນະ​ ແລະ​ ການປະກອບສ່ວນຂອງກໍາລັງທ້ອງຖິ່ນແຂວງຈໍາປາສັກ ໃນໄລຍະຕໍ່ສູ້ກູ້ຊາດ,​ ໄລຍະແຫ່ງການປະຕິບັດ 2 ໜ້າທີ່​ຍຸດທະສາດຂອງພັກ ແຕ່ປີ​ 1975​ -​ 1985, ໄລຍະສືບຕໍ່ປະຕິບັດ 2 ໜ້າທີ່​ຍຸດທະສາດ​ ແລະ​ ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ແຕ່ປີ​ 1986 -​ 2000, ໄລຍະປົກປັກຮັກສາ ແລະ​ ສ້າງສາ​ພັດທະນາ ປະເທດຊາດ​ ແຕ່ປີ​ 2001 ມາເຖິງ ປັດຈຸບັນ.​
ເນື້ອໃນເອກະສານວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ​ ຍົກໃຫ້ເຫັນເຖິງບຸນຄຸນ -​ ຄຸນງາມຄວາມດີຂອງປະທານ ຄຳໄຕ ສີພັນດອນ ທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນຳເອົາແບບຢ່າງທີ່ດີຂອງເພິ່ນ ມາໝູນໃຊ້ເຂົ້າໃນການຈັດຕັ້ງເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາປະເທດກ້າວຂຶ້ນຕາມອຸດົມການຂອງພັກຢ່າງມີໄຊ. ຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຊີວິດເຍົາໄວ ແລະ ຈຸດ​ເລີ່ມຕົ້ນເຄື່ອນໄຫວ​ປະຕິວັດ​ ຂອງປະທານ ຄຳໄຕ ສີພັນດອນ ໃນແຕ່ລະໄລຍະ ນັບຕັ້ງແຕ່ປີ 1931 – 2006 ຈົນເຖິງປັດຈຸບັນ. ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດ​ ຢູ່ປະເທດເຮົາ ເຊິ່ງເວລາໃດກໍໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໆໄດ້ຮັບມອບໝາຍ ເລີ່ມຈາກພະນັກງານທຳມະດາ ກາຍເປັນຜູ້ນໍາພາ​ -​ ຊີ້ນຳ – ບັນຊາຂະບວນການຕໍ່ສູ້ປົດປ່ອຍຊາດ ຄຽງບ່າຄຽງໄຫຼ່ກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງແນວລາວຮັກຊາດ ຈົນສາມາດໄດ້ຮັບໄຊຊະນະ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975; ພ້ອມນັ້ນ ປະທານ​ ຄໍາໄຕ​ ສີພັນດອນ​ ຍັງໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງວາງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ນຳພາ​ – ຊີ້ນຳ ການຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດໃນຫຼາຍດ້ານ.

ເອກະສານວັນສ້າງຕັ້ງພັກປະຊາຊົນ​ ປະຕິວັດລາວ ໄດ້ຍົກໃຫ້ເຫັນມູນເຊື້ອການນຳພາອັນປີຊາສາມາດ,​ ສະຫຼາດສ່ອງໃສ ຂອງພັກປະຊາຊົນ​ ປະຕິວັດລາວ ທີ່ໄດ້ນຳພາກອງທັບ ແລະ ປະຊາຊົນບັນດາເຜົ່າ​ ດຳເນີນການປະຕິວັດຊາດປະຊາທິປະໄຕ ແລະ ນຳພາປົກປັກຮັກສາສ້າງສາ ລະບອບໃໝ່​ ແລະ​ ປະເທດຊາດໄດ້ຮັບການພັດທະນາຢ່າງຖືກທິດ, ມີຄວາມໝັ້ນທ່ຽງຕໍ່ເນື່ອງ​ -​ ໜັກແໜ້ນ, ພ້ອມນີ້ ຍັງຍົກໃຫ້ເຫັນວິວັດທະນາການແຫຼ່ງການກໍ່ຕັ້ງ, ປັບປຸງກໍ່ສ້າງ,​ ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານວິລະກຳ, ທາດແທ້ມູນເຊື້ອອັນສະຫງ່າງາມຂອງພັກ​ ຕະຫຼອດໄລຍະ 69 ປີ.​ ພັກປະຊາຊົນ​ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 22 ມີນາ 1955 ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ​ ໃນເວລານັ້ນ ພາຍຫຼັງພັກປະຊາຊົນ​ປະຕິວັດລາວ​ ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ​ ກໍໄດ້ແບກຫາບພາລະກິດປະຕິວັດ​ ອັນແສນຫຍຸ້ງຍາກລຳບາກ ເຊິ່ງເຕັມໄປດ້ວຍການທົດສອບທີ່ລະອິດລະອ້ຽວ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ແຕ່ມີກຽດອັນສູງສົ່ງ​ ນຳພາປວງຊົນລາວທັງຊາດ​ ຕໍ່ສູ້ປົດປ່ອຍປະ ເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ, ນຳເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງ​ ມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ.
ພັກ​ ແມ່ນອົງການຈັດຕັ້ງເສນາທິການທາງການເມືອງ, ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ; ພັກປະຊາຊົນ​ ປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ເຮັດສໍາເລັດພາລະກິດປະຕິວັດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ.
ເນື້ອໃນເອກະສານວັນຄຽດແຄ້ນຂອງປະຊາຊົນລາວ​ ຄົບຮອບ 78 ປີ​ ຍົກ​ໃຫ້ເຫັນສະພາບການ ກະກຽມການຕໍ່ສູ້ຂອງພວກລ່າເມືອງຂຶ້ນຝຣັ່ງຂອງໜ່ວຍພັກເມືອງທ່າແຂກ; ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ​ ປະຊາຊົນຢູ່ເມືອງທ່າແຂກ​ ແລະ​ ຄວາມໝາຍຄວາມສໍາຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ.​ ທັງນີ້,​ ກໍເພື່ອເຮັດໃຫ້ການນໍາຫຼັກແຫຼ່ງ, ສະມາຊິກພັກ ແລະ​ ພະນັກງານພາຍໃນພະແນກກະສິກໍາ ແລະ​ ປ່າໄມ້​ແຂວງ​ ໄດ້ຮັບຮູ້ -​ ເຊື່ອມຊຶມ ແລະ​ ເຂົ້າໃຈເຖິງບັນດາເຫດການ, ການເຄື່ອນໄຫວ ໃນແຕ່ລະໄລຍະບົນເສັ້ນທາງ ປະຕິວັດອັນລະອິດລະອ້ຽວ, ເສຍ ສະຫຼະເລືອດເນື້ອ ເພື່ອການປະຕິວັດ ພ້ອມກັນສືບຕໍ່ຮັກສາທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບ,​ ຂອງພັກ​ ແລະ​ ມູນເຊື້ອອັນດີງາມຂອງປະທານ ຄໍາໄຕ​ ສີພັນດອນ​ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa