ນະຄອນປາກເຊ ແຂວງຈຳປາສັກ ຈັດກອງປະຊຸມເຊື່ອມຊຶມ ແລະ ຈັດຕັ້ງໂຄສະນາປາຖະກະຖາກ່ຽວກັບ ວັນສຳຄັນຕ່າງໆຂອງພັກ ຂອງຊາດ

ໃນຕອນເຊົ້າຂອງ ວັນທີ 26 ຕຸລາ 2023 ທີ່ສະໂມສອນນະຄອນປາກເຊ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຈັດຕັ້ງໂຄສະນາປາຖະກະຖາກ່ຽວກັບ ວັນສຳຄັນຕ່າງໆຂອງພັກຂອງຊາດ ດັ່ງລຸ່ມນີ້: ເຊື່ອມຊືມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມກາງສະໄຫມ ຂອງຄະນະບໍລິຫານງາຍສູນກາງພັກ ສະໄຫມທີ XI,  ວັນສ້າງຕັ້ງການທູດລາວ ຄົບຮອບ 78 ປີ, ວັນປະກາດເອກະລາດ ຄົບຮອບ 78 ປີ, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກຂອງ ສປປລາວ ຄົບຮອບ 36 ປີ ແລະ 20 ປີ; ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄອນສະຫວັນ ວັນນິວົງຄຳ ຮອງເລຂາພັກນະຄອນ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີ ທ່ານ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວຫນ້າຄະນະໂຄສະນາອົບຮົມນະຄອນ, ມີ ບັນດາ ສະຫາຍ ກຳມະການພັກນະຄອນ, ຫົວຫນ້າຫ້ອງການ, ຮອງຫົວຫນ້າຫ້ອງການ, ຜູ້ຊີ້ນຳ 10 ບ້ານເທດສະບານ, ເລຂາຄະນະພັກຮາກຖານ 5 ກຸ່ມບ້ານ, 6 ບ້ານໃຫຍ່, ນາຍບ້ານ 10 ບ້ານເທດສະການ ແລະ ນັກສຳມະນາກອນ ທິດສະດີແນວທາງຂອງພັກ ຮຸ່ນທີ 2 ປີ2023 ອອ້ມຂ້າງນະຄອນເຂົ້າຮ່ວມ. ເຊິ່ງມີຈຳນວນເຂົ້າຮ່ວມທັງໝົດ 211 ທ່ານ ຍິງ 64 ທ່ານ, ໃນນັ້ນມີ ສະມາຊິກ 114 ສະຫາຍ ຍິງ 46 ສະຫາຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa