
ໃນວັນທີ 12 ມີຖຸນາ 2025 ຄະນະໂຄສະນາອົບຮົມນະຄອນປາກເຊ ໄດ້ເປີດຊຸດຝຶກອົບຮົມມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2025, ເຊິ່ງໄດ້ຈັດຂື້ນທີ່ຫ້ອງປະຊຸມນ້ອຍ ສະໂມສອນນະຄອນປາກເຊ. ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມນະຄອນປາກເຊ, ເຂົ້າຮ່ວມມີສະຫາຍ ນາງ ກົງແສງ ສີຫານາດ ຮອງຫົວຫນ້າຄະນະໂຄສະນາອົບຮົມນະຄອນ ພ້ອມດ້ວຍ ແຂກທີ່ຖືກເຊື້ອເຊີນ ແລະ ນັກສຳມະນາກອນທັງໝົດເຂົ້າຮ່ວມຈຳນວນ 35 ສະຫາຍ, ຍິງ 20 ສະຫາຍ ເຊິ່ງມາຈາກ 15 ຫນ່ວຍພັກ ອອ້ມຂ້າງນະຄອນປາກເຊ.



ພິທີຝຶກຊຸດອົບຮົມດັ່ງກ່າວ ແມ່ນຈະໄດ້ດຳເນີນເປັນເວລາ 01 ວັນ ແລະ ເອກະສານທີ່ນຳໃຊ້ເຂົ້າໃນການອົບຮົມໃນຄັ້ງນີ້ມີ 13 ຄໍາຖາມ-ຄໍາຕອບ ເຊິ່ງປະກອບມີເອກະສານຄວາມຮູ້ເບື່ອງຕົ້ນ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ. ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕອ້ງໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.

#ຂ່າວພາບໂດຍ: ຄະນະໂຄສະນາອົບຮົມນະຄອນປາກເຊ