
ໃນຕອນເຊົ້າ ຂອງວັນທີ 03 ກັນຍາ 2025 ຄະນະໂຄສະນາອົບຮົມ ນະຄອນປາກເຊ ໄດ້ຈັດພິທີ ໂຄສະນາ-ປາຖະກະຖາ ວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ສາກົນ ເປັນຕົ້ນແມ່ນວັນສ້າງຕັ້ງອາຊຽນ ຄົບຮອບ 58ປີ, ວັນເກີດຂອງທ່ານ ຟີແດນ ກາສໂຕຣຣຸດສຄົບຮອບ 99, ປີ,ວັນສື່ມວນຊົນແຫ່ງຊາດ ແລະ ພີມຈຳໜ່າຍຄົບຮອບ 75ປີ, ວັນຢືດອຳ ນາດທົ່ວປະເທດຄົບຮອບ 80ປີ ແລະ ຄົບຮອບ50ປີ ແລະ ຈັດຕັ້ງເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10ສະໄໝທີ XI ແລະ ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ຈຳປາສັກ ຄັ້ງທີ 16 ສະໄໝທີ VIII.

ໃຫ້ກຽດເຂົ້າຮ່ວມຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວໂດຍ ທ່ານ ຄອນສະຫວັນ ວັນນິວົງຄຳ ຮອງເລຂາພັກນະຄອນຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນນະຄອນ, ປະທານກວດກາ ພັກ-ລັດ ນະຄອນ,ມີທ່ານ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວ ໜ້າ ຄະນະໂຄສະນາອົບຮົມນະຄອນ,ມີບັນດາທ່ານ ຄະນະປະຈຳພັກນະຄອນ, ກຳມະການພັກນະຄອນ, ຫົວ ໜ້າ ຫ້ອງການ, ຮອງຫົວຫນ້າຫ້ອງການ, ພະນັກງານ-ລັດຖະກອນ, ນາຍແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ, ເລຂາຄະນະພັກຮາກຖານ 5 ກຸ່ມບ້ານ, ນາຍບ້ານ 6ບ້ານໃຫ່ຍ , ນາຍບ້ານ 10 ບ້ານເທດສະບານ ອ້ອມຂ້າງນະຄອນປາກເຊເຂົ້າຮ່ວມຮັບຟັງທັງຫມົດ 218 ສະຫາຍ ຍິງ 110 ສະຫາຍ , ສະມາຊິກພັກ 183 ສະຫາຍ ຍິງ 97 ສະຫາຍ.


#ຂ່າວພາບໂດຍ: ຄະນະໂຄສະນາອົບຮົມເມືອງປາກເຊ.