
ໃນວັນທີ 19 ທັນວາ 2024 ຄະນະໂຄສະນາອົບຮົມ ນະຄອນປາກເຊ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະ ຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຈຳປີ 2024 ພິທີໄດ້ຈັດຂື້ນທີ່ ຫ້ອງປະຊຸມ ຊັ້ນ2 ຫ້ອງວ່າການນະຄອນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າ ຄະນະໂຄສະນາອົບຮົມນະຄອນ, ມີ ບັນດາ ສະຫາຍເລຂາໜ່ວຍພັກ, ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຈຳນວນ 16 ໜ່ວຍພັກ, 29 ສະຫາຍ, ຍິງ14 ສະຫາຍ.

