ນະຄອນປາກເຊຈັດພິທີປາຖະກະຖາວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ ແລະ ສາກົນ ແລະ ເຊື່ອມຊຶມ ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກນະຄອນປາກເຊ ຄັ້ງທີ 2 ສະໄຫມທີ VIII.

       ໃນຕອນເຊົ້າ ຂອງວັນທີ 05 ມີຖຸນາ 2025 ຄະນະໂຄສະນາອົບຮົມນະຄອນປາກເຊ ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກ-ຂອງຊາດ ແລະ ສາກົນ ແລະ ເຊື່ອມຊຶມ ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກນະຄອນປາກເຊ ຄັ້ງທີ 2 ສະໄຫມທີ VIII ເປັນຕົ້ນແມ່ນ ປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ, ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ, ວັນເກີດທ່ານ ກາກມາກ ຄົບຮອບ207 ປີ, ວັນໄຊຊະນະດຽນບຽນຟູ ຄົບຮອບ 71 ປີ, ວັນໄຊຊະນະຂອງສະຫະພາບໂຊຫວຽດ ເຫນືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ 2 ຄົບຮອບ 80 ປີ, ວັນເກີດ ທ່ານ ໂຮ່ຈິມິນ ຄົບຮອບ 135 ປີ ແລະ ເຊື່ອມຊຶມ ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກນະຄອນ ຄັ້ງທີ 2 ສະໄຫມທີ VIII.

           ພິທີ ໄດ້ຈັດຂື້ນທີ່ສະໂມສອນຂອງນະຄອນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ຄອນສະຫວັນ ວັນນິວົງຄຳ ຮອງເລຂາພັກນະຄອນ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນນະຄອນ, ປະທານກວດກາພັກ-ລັດ ນະຄອນ,ມີ ສະຫາຍວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າ ຄະນະໂຄສະນາອົບຮົມນະຄອນ,ມີບັນດາທ່ານ ຄະນະປະຈຳພັກນະຄອນ, ກຳມະການພັກນະຄອນ, ຫົວຫນ້າຫ້ອງການ, ຮອງຫົວຫນ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ, ພະນັກງານລັດຖະກອນອອ້ມຂ້າງນະຄອນປາກເຊ, ເລຂາຄະນະພັກຮາກຖານ 5 ກຸ່ມບ້ານ, ນາຍບ້ານ 6 ບ້ານໃຫ່ຍ, ນາຍບ້ານ 10 ບ້ານເທດສະບານ ເຂົ້າຮ່ວມຢ່າງພ້ອມພຽງ
ເຊີ່ງມີຜູ້ເຂົ້າຮັບຟັງທັງຫມົດ 189 ສະຫາຍ ຍິງ 93 ສະຫາຍ, ສະມາຊິກພັກ 146 ສະຫາຍ ຍິງ 74 ສະຫາຍ.


#ຂ່າວພາບ: ຄະນະໂຄສະນາອົບຮົມນະຄອນປາກເຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa