
ນັກຄົ້ນຄວ້າຊາວຍີ່ປຸ່ນຄົ້ນພົບວ່າຕາໜ່າງສີ ແດງແມ່ນມີປະສິດທິພາບທີ່ດີທີ່ສຸດໃນການປົກປ້ອງ ພືດຈາກແມງໄມ້ ເຊິ່ງແຕກຕ່າງຈາກຕາໜ່າງທີ່ໃຊ້ ກັບໜານປູກຜັກແບບກາງມຸ້ງໃນປັດຈຸບັນທີ່ມັກໃຊ້ ເປັນ ສີດຳ, ສີຂາວ, ສີຂຽວ ຫຼື ສີຟ້າ.
ເຖິງແມ່ນວ່າການປູກພືດທີ່ໃຊ້ແພມຸ້ງແບບ ກັນຍຸງຈະເປັນວິທີໜຶ່ງທີ່ຮັກສາຜັກປອດສານພິດຈາກ ຢາຂ້າແມງໄມ້ທີ່ນໍາໃຊ້ຫຼາຍ ແຕ່ກໍ່ຍັງມີແມງໄມ້ບາງ ຊະນິດ ທີ່ສາມາດເຂົ້າໄປໃນມຸ້ງທຳລາຍສວນຜັກຂອງ ຊາວກະສິກອນ ໂດຍສະເພາະ ໂຕເພຍ ໂຕທໍາລາຍ ພືດຜັກ ພ້ອມຍັງມີເຊື້ອໄວຣັສທີ່ເປັນອັນຕະລາຍ.
ງານຄົ້ນຄວ້າກ່ຽວກັບຕາໜ່າງສີແດງປ້ອງ ກັນພືດເກີດຂຶ້ນໂດຍຄວາມບັງເອີນຫຼັງຈາກມີການ ຄົ້ນພົບ ໂຕເພ້ຍທຳລາຍຜັກບົ່ວ ມັກຢູ່ຫ່າງຈາກພືດ ທີ່ມີແສງສີແດງສະເໝີ ເຮັດໃຫ້ສາດສະດາຈານ Masami Shimoda ແລະ ທີມງານນັກຄົ້ນຄວ້າ ຈາກມະຫາວິທະຍາໄລໂຕກຽວ ຈິ່ງຖືກສັນນິຖານວ່າ ຖ້າລອງໃຊ້ຕາໜ່າງສີແດງຄືຈະສາມາດປ້ອງກັນ ແມງໄມ້ໄດ້.ທີມງານໄດ້ນໍາໃຊ້ຕາໜ່າງສີແດງປະ ສົນກັບສາມສີປະກອບມີ: ສີແດງ – ສີຂາວ, ສີແດງ- ສີດຳ, ແລະ ສີແດງ – ສີແດງ, ໂດຍຕາໜ່າງແຕ່ລະສີ ມີຂະໜາດຮູທີ່ແຕກຕ່າງກັນເຊັ່ນ: 2, 1, ແລະ 0.8 ມມ, ເພື່ອໃຫ້ໄດ້ຄໍາຕອບທີ່ຊັດເຈນ ໃນແງ່ ຂອງ ການນໍາໃຊ້ສີ ແລະ ຂະໜາດຂອງຮູຕາໜ່າງ.
ຕາໜ່າງທັງ 3 ແບບຖືກນໍາໃຊ້ເພື່ອກວມເອົາ ດິນໝານຜັກບົ່ວ (Kujo) ຫຼືຜັກບົ່ວ (Welsh) ແລະ ເລີ່ມທົດລອງໃຫ້ຜັກບົ່ວໃຫຍ່ຂຶ້ນ ຜົນການທົດລອງໄດ້ ພົບເຫັນວ່າ ເຖິງຕາໜ່າງສີ “ແດງ-ແດງ” ມີຮູຕາໜ່າງ ຂະໜາດໃຫຍ່ ໂຕແມງໄມ້ສາມາດລອດຜ່ານໄດ້ ງ່າຍກວ່າຕາໜ່າງສີອື່ນໆ ແຕ່ຜັກພັດມີຮ່ອງຮອຍຖືກ ກິນຫຼືທຳລາຍໄດ້ໜ້ອຍ ນີ້ສະແດງໃຫ້ເຫັນວ່າແມງ ໄມ້ອາດຈະບໍ່ສາມາດເຫັນຕາໜ່າງສີແດງໄດ້.
ນັກຄົ້ນຄ້ວາໄດ້ເຮັດການທົດລອງຕື່ມອີກ ແລະ ພົບຄໍາຕອບວ່າ: ແມງໄມ້ສ່ວນໃຫຍ່ ແລະ ໂຕ ເພ້ຍ ບໍ່ມີເຊວຮັບແສງສີແດງຢູ່ໃນຕາ ບໍ່ສາມາດເບິ່ງ ເຫັນສີແດງໄດ້ຄືກັບຕາຂອງມະນຸດເຮັດໃຫ້ແມງໄມ້ ບໍ່ສາມາດເຫັນຕາໜ່າງສີແດງລວມທັງຜັກທີ່ຖືກ ຕາໜ່າງສີແດງປົກປ້ອງເອົາໄວ້.
ແນວໃດກໍຕາມ ນີ້ແມ່ນການຄົ້ນພົບທີ່ສໍາຄັນ ແລະ ອາດຈະເປີດທາງໃຫ້ຫຼຸດຜ່ອນການໃຊ້ຢາປາບ ສັດຕູພືດໃນການກະສິກຳ. ນອກຈາກນີ້, ການນໍາໃຊ້ຕາ ໜ່າງສີແດງ ແລະ ຮູຕາໜ່າງທີ່ຂະໜາດໃຫຍ່ ຍັງ ເພີ່ມໂອກາດໃຫ້ຜິດໄດ້ຮັບແສງແດດ ການໄຫຼວຽນ ຂອງນໍ້າ ແລະ ອາກາດໄດ້ດີຂຶ້ນກວ່າເດີມ.