
ໃນຕອນເຊົ້າ ຂອງວັນທີ 29 ພະຈິກ 2024 ແຂວງຈຳປາສັກຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ ຕິດພັນກັບການເປີດຂະບວນການ ສະເຫຼີມສະຫຼອງ 3 ວັນປະຫັວດສາດ ປີ 2025 ແລະ ຂະບວນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໄໝ່ ຢູ່ທີ່ສະໜາມແດງ ນະຄອນປາກເຊ ແຂວງຈໍາປາສັກ. ໃນເວລາ 6:00 ໂມງ ໄດ້ມີພິທີວາງພວງມະລາຢູ່ໜ້າອະນຸສອນສະຖານ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ທູບທຽນຕໍ່ໜ້າອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ນໍາໂດຍສະຫາຍ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ, ມີຄະນະບໍລິຫານງານພັກແຂວງ, ຄະນະພັກ-ຄະນະນຳພະແນກການ, ຄະນະພັກ ເມືອງ-ນະຄອນ ເຂົ້າຮ່ວມຢ່າງພ້ອມພຽງ.






ໃນໂອກາດດຽວກັນນີ້ ເວລາ 6:30 ໂມງ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ ຕິດພັນກັບການເປີດຂະບວນການ ສະເຫຼີມສະຫຼອງ 3 ວັນປະຫັວດສາດ ປີ 2025 ແລະ ຂະບວນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໄໝ່, ໃຫ້ກຽດປາຖະກະຖາຂອງ ສະຫາຍ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ, ມີຄະນະພັກແຂວງ,ຄະນະພັກ-ຄະນະນຳພະແນກການ, ຄະນະພັກ ເມືອງ-ນະຄອນ, ອາດີດການນຳຂັ້ນສູງຂອງແຂວງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫົຽບ, ສະມາຄົມຫວຽດ, ສະມາຄົມຈີນ, ພ້ອມດ້ວຍກ້ອນກຳລັງຂອງພະນັກງານ-ລັດຖະກອນ, ນັກຮຽນ,ນັກສຶກສາ ຈໍນວນ 3,212 ຄົນ ເຂົ້າຮ່ວມ.






ຈຸດປະສົງໃນການເຕົ້າໂຮມນະສະຖານທີ່ແຫ່ງນີ້ ແມ່ນເພື່ອຫວນຄືນມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ເປີດຂະບວນການ 3 ວັນປະຫວັດສາດປີ 2025 ແລະ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຊຶ່ງເປັນເຫດການ-ການເມືອງທີ່ສໍາຄັນຫຍິ່ງຂອງທົ່ວສັງຄົມ ແລະ ປະຊາຊົນບັນດາເຜົ່າຂອງພວກເຮົາທັງໝົດ, ວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ; ແມ່ນວັນທີປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ, ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາວັນທີ 2 ທັນວາ ປີ 1975ວ່າ:“ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະອັນສົມບູນຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ, ໄຊຊະນະນັ້ນບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະລາດ ຂອງປະເທດເຮົາ, ຫາກຍັງເປັນຄັ້ງທຳອິດ ທີ່ປະຊາຊົນບັນດາເຜົ່າຜູ້ເຄີຍດຳລົງຊີວິດເປັນທາດໄດ້ກາຍມາເປັນເຈົ້າຂອງແທ້ຈິງ ຂອງຊາດໜຶ່ງທີ່ມີເອກະລາດ, ມີອິດສະຫຼະພາບຢ່າງສົມບູນ ກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍຄືຂອງມວນມະນຸດປະກົດເປັນຈິງ ຢູ່ບົນຜືນແຜ່ນດິນອັນແສນຮັກຂອງພວກເຮົາ.
ຄໍາຂວັນໂຄສະນາ-ປຸກລະດົມ
ຊົມເຊີຍ ວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ ຢ່າງສຸດໃຈ!
ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ
ສາທາລະນະລດັ ປະຊາທປິະໄຕ ປະຊາຊນົລາວ ໝັ້ນຍືນ !
ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂຶງພວກເຮົາຕະຫຼອດໄປ
ຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດຂອງປະທານ ໄກສອນ ພົມວິຫານ