ຄະນະໂຄສະນາອົບຮົມ ແຂວງຈຳປາສັກ ປິດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ຊຸດທີ II ປະຈຳປີ 2024

       ໃນວັນທີ 14 ມີນາ 2024 ຄະນະໂຄສະນາອົບຮົມແຂວງ ຈັດພິທີປິດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ຊຸດທີ II ປະຈຳປີ 2023 ຂຶ້ນຢູ່ທີ່ສະໂມສອນຫຼັກ 4 ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສຸປານີ ສີລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ  ເຂົ້າຮ່ວມໃນພິທີຄັ້ງນີ້ ມີຄະນະພັກຮາກຖານ, ໜ່ວຍພັກຮາກຖານພະແນການອ້ອມຂ້າງແຂວງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ມະຫາຊົນກ້າວໜ້າຈຳນວນທັງໝົດ 21 ສະຫາຍ, ຍິງ 12 ສະຫາຍເຊິ່ງມາຈາກ 4 ຮາກຖານ ແລະ 1 ໜ່ວຍພັກຮາກຖານເຂົ້າຮ່ວມ.

       ໃນພິທີສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ ຕ່າງໜ້າຄະນະຊຸດຝຶກອົບຮົມ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງຝຶກອົບຮົມ ເຊິ່ງສັງລວມໄດ້ວ່າ: ພາຍຫຼັງ​ໄດ້​ຮັບ​ເປົ້າໝາຍທີ່​ອະ​ນຸມັດ​ຈາກ​ຄະນະ​ກຳ​ມະ​ການ​ຄຸ້ມຄອງ-ປ້ອງ​ກັນພັກ​ຂັ້ນ​ແຂວງ ກໍຄື​ຄະນະ​ຈັດ​ຕັ້ງ​ແຂ​ວງ, ຄະນະ​ໂຄ​ສະນາ​ອົບຮົມ​ແຂວງ ກໍ​ໄດ້​ຮີບ​ຮ້ອນ​ແຕ່ງ​ຕັ້ງ​ຄະນະ​ຮັບ​ຜີ​ດຊອບ​ບັ້ນ​ຝືກອົບຮົມ​ ແລະ ​ແບ່ງຄວາ​ມຮັບ​ຜິ​ດຊອບ​ໃຫ້​ແຕ່​ລະສະ​ຫາຍຢ່າງ​ລະ​ອຽດ, ການຝຶກອົບຮົມ ແມ່ນໃຊ້ເວລາ 2 ວັນ ຈັດ​ແບ່ງ​ເວລາ​ຂຶ້ນຫ້ອງ 02 ຄາບ, ຄົ້ນຄວ້າ​ສົນທະ​ນາ​ແລກ​ປ່ຽນບົດຮຽນ​ລວມຫ້ອງ 02 ຊົ່ວ​ໂມ​, ລະບົບ​ຄືນແກ້​ຂໍ້​ຂ້ອງ​ໃຈ 3 ຊົ່ວໂມງ; ການຈັດ​ຊຸ​ດອົບຮົມ​ ​ໄດ້​ປະ​ກອບ​ເອກະສານ​ຕຳລາ​ຮຽນເປັນ​ຄູ່​ມື ພ້ອມ​ທັງ​ອອກ​ໃບ​ຢັ້ງຢືນ​ການ​ຮຽນ​ໃຫ້​​​ບັນ​ດາ​ສະຫາຍ​ມະຫາຊົນ​ກ້າວໜ້າຢ່າງຄົບ​ຖ້ວນ, ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ການ​ອະນຸມັດ​ທັງ​ໝົດ 21 ສະຫາຍ, ຍິງ 12 ສະຫາຍ (ມາ​ຈາກ 04 ຮາກ​ຖານ 01 ໜ່ວຍ​ພັກ​ຮາກ​ຖານ; ບັນດາ​ສະຫາຍ​ຄູ-ອາຈານ ທີ່​ຂຶ້ນຫ້ອງ​ບັນ​ລະ​ຍາຍ​ເອກະສານ​ແມ່ນ​ມາ​ຈາ​ກ ຄະນະ​ໂຄສະນາ​ອົບຮົມ​ແຂວງທັງໝົດ ​ເອກະສານ​ທີ່​ນຳ​ໃຊ້​ເຂົ້າ​​ໃນ​ການ​​​​ອົບຮົມ​ທັງໝົດ 13 ຄຳ​ຖາມ 13 ຄຳ​ຕອບ ທີ່​ຄະ​ນະ​ໂຄສະ​ນາ​ອົບຮົມ​ສູ​ນກາງ​ສົ່ງ​ໃຫ້, ການ​ຂຶ້ນ​ຫ້ອງ​ບັນ​ລະ​ຍາຍ​ເອກະສານ​ແຕ່​ລະ​ບົດ​ ແມ່ນ​ໄດ້​ເນັ້ນ​ໜັກ​ໃສ່ບັນ​ດາເນື້ອ​ໃນ​ພື້ນຖານ ພ້ອມ​ທັງ​ອະທິບາຍ​ສົມທຽບ​ໃສ່ພຶດຕິ​ກຳ ​ແລະ ທິດ​ສະ​ດີ​​ເພື່ອ​ເຮັດ​ໃຫ້​ບັນດາ​ສະຫາຍ​ເຂົ້າ​ໃຈຈະ​ແຈ້ງ, ບັນດາ​ສະ​ຫາຍ​ນັກ​ຝຶກ​ອົບຮົມ ມີ​ຄວາມ​ຕັ້ງ​ໃຈ​ຟັງການ​ບັນຍາຍ​ເອກະສານ​ແຕ່​ລະ​ບົດ​ ຂອງ​ຄູ-​ອາຈານ, ການ​ຄົ້ນຄວ້າ​ສົນທະນາ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ລວມຫ້ອງ​ ເຫັນ​ວ່າ​ມີ​ບັນຍາກາດ​ຟົດ​ຟື້ນ​, ຜ່ານ​ການ​ຄົ້ນຄວ້າ-ຮ່ຳຮຽນ​ມາ​ເປັນ​ເວລາ 02 ວັນ ສາມາດຕີ​ລາ​ຄາ​ປະ​ເມີນ​ຄວາ​ມຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຂອງ​ນັກ​ຝຶກ​ອົບຮົມ​ໄດ້ປະມານ 95 %.

      ໃນຕອນທ້າຍ ສະຫາຍ ປະທານຊຸດອົບຮົມ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນ ແລະ ມີຄໍາເຫັນໂອ້ລົມຕໍ່ມະຫາຊົນກ້າວໜ້າທີ່ໄດ້ສໍາເລັດການຝຶກອົບຮົມໃນຄັ້ງນີ້. ເຊິ່ງເພິ່ນໄດ້ກ່າວວ່າ: ຜົນສຳເລັດບັ້ນຝຶກອົບຮົມໃນຄັ້ງນີ້, ຍັງພຽງແຕ່ເປັນຜົນ ສຳເລັດໃນຂັ້ນຕົ້ນເທົ່ານັ້ນ ໜ້າທີ່ອັນໜັກໜ່ວງແຕ່ມີກຽດສະງ່າຂອງບັນດາສະຫາຍ ຍັງຕ້ອງໄດ້ໝູນໃຊ້ບົດຮຽນ-ທິດສະດີທີ່ໄດ້ຮຽນມາເຂົ້າໃນພາກພຶດຕິກຳໃຫ້ມີຜົນສຳເລັດທີ່ໃຫຍ່ຫຼວງ ແລະ ມີປະສິດທິຜົນສູງ ແລະ ຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa