
ໃນຕອນເຊົ້າ ຂອງວັນທີ 6 ສິງຫາ 2024 ຄະນະໂຄສະນາອົບຮົມແຂວງ ຈັດພິທີ ມອບ- ຮັບ ໃບຢັ້ງຢຶນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2023,ຈັດຂື້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ແສງອາທິດ ຂັນດາລາ ຮອງຫົວໜ້າພາຍໃນແຂວງ, ພ້ອມດ້ວຍຄະນະກຳມະການປະເມີນຂັ້ນແຂວງ ແລະ ບັນດາສະຫາຍ ສະມາຊິກພັກ-ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.




ໃນພິທີ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນໄລຍະ 1ປີ ຜ່ານມາ ເຊິ່ງ ສະຫາຍໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນ ແລະ ໝາກຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການປີ 2024. ຈາກນັ້ນ ສະຫາຍ ແສງອາທິດ ວົງດາລາ ຮອງຫົວໜ້າພາຍໃນແຂວງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຍ້ອງຍໍ ປະຈຳປີ 2023 ໃຫ້ແກ່ຄະນະພັກ, ສະມາຊິກພັກ-ພະນັກງານ ໂດຍໃຫ້ກຽດມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໂດຍສະຫາຍ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.




ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງຄຳໂອ້ລົມຈາກສະຫາຍ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ເພື່ອເປັນແນວທາງໃຫ້ແກ່ການຈັດຕັ້ງປະຕິບັດການກໍ່ສ້າງໜວ່ຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນຕໍ່ໜ້າ, ພ້ອມທັງເນັ້ນໃຫ້ສະມາຊິກພັກກຳໄດ້ຕໍ່ແນວທາງນະໂຍບາຍຂອງພັກ ເພື່ອປະກອບສ່ວນເປັນກຳລັງແຮງໃນການພັດທະນາການຈັດຕັ້ງພັກໃຫ້ເຂັ້ມແຂງ, ໜັກແໜ້ນ.

