ຄະນະໂຄສະນາອົບຮົມແຂວງສຸມໃສ່ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ

            ຕອນເຊົ້າຂອງວັນທີ 22 ກັນຍາ 2025 ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດວຽກງານກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຈຳປາສັກ ຄັ້ງທີ IX ໂດຍເປັນປະທານ ຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳປພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາສະຫາຍພະນັກງານນຳພາຂອງຂະແໜງການເຂົ້າຮ່ວມຢ່າງພອ້ມພຽງ.

          ກອງປະຊຸມໄດ້ສະຫຼຸບລາຍການເຄື່ອນໄຫວວຽກງານເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໂດຍສະເພາະ ດ້ານເນື້ອໃນບົດປີ່ນອ້ອມ, ດ້ານຂະບວນການໂຄສະນາ-ຖະແຫຼງຂ່າວ ເຊີ່ງເຫັນວ່າໄດ້ຈັດປະຕິບັດຢ່າງຕໍ່ເນື່ອງ ແລະ ມີບັນຍາກາດຟົດຟື້ນ; ພ້ອມນັ້ນ ກໍຕົກລົງສຸມໃສ່ວຽກງານສຳຄັນໃນເວລາດຳເນີນກອງປະຊຸມໃຫຍ່ ເປັນຕົ້ນ: ການເກັບກຳພາບ-ຂ່າວ, ການຖ່າຍທອດສົດ, ການສາຍວິດີໂອ, ການສະແດງພາບການເຄື່ອນໄຫວນຳພາວຽກງານຂອງອົງຄະນະພັກແຂວງ, ຕິດຕາມ ເກັບກໍາບັນດາຫາງສຽງສັງຄົມ ແລະ ວຽກງານສໍາຄັນທີ່ຈະຕ້ອງສຸມໃສ່ເຄື່ອນໄຫວພາຍຫຼັງສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa