ຄະນະໂຄສະນາອົບຮົມແຂວງຈໍາປາສັກເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ IV ຕິດພັນກັບການສະຫຼຸບວຽກງານປະຈຳປີ 2023

 

ຄະນະໂຄສະນາອົບຮົມແຂວງຈໍາປາສັກເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ IV ຕິດພັນກັບການສະຫຼຸບວຽກງານປະຈຳປີ 2023

       ໃນຕອນເຊົ້າ ຂອງວັນທີ 13 ທັນວາ 2023 ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ IV ຕິດພັນກັບການສະຫຼຸບວຽກງານປະຈຳປີ 2023 ໂດຍຜ່ານລະບົບກອງປະຊຸມທາງໄກຂອງກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມ ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີ ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ບັນດາທ່ານຮອງຄະນະໂຄສະນາອົບຮົມແຂວງ ແລະ ຜູ້ຮັບຜິດຊອບວຽກງານເວັບໄຊ໋ຂອງຄະນະໂຄສະນາອົບຮົມໃນທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຟັງ ການລາຍງານຫຍໍ້ຜົນງານອັນພົ້ນເດັ່ນ, ພ້ອມຜົນສໍາເລັດໃນການປະຕິບັດວຽກງານເວັບໄຊ໋ໃນໄລຍະຜ່ານມາ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ, ເພື່ອຖອດຖອນບົດຮຽນ ການຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມທັງກຳນົດທິດທາງແຜນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນປີຕໍ່ໜ້າ ຂອງວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມແຕ່ລະແຂວງໃນທົ່ວປະເທດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ຮຽກຮ້ອງມາຍັງກອງປະຊຸມໃຫ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:

  1. ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີີ່ມີພອນສະຫວັນມີຄວາມຮູ້, ຄວາມສາມາດມາຮັບຜິດຊອບວຽກງານດັ່ງກ່າວ ຜູ້ທີີ່ຖືກແຕ່ງຕັ້ງຈະເປັນຜູ້ເກົ່າ ຫຼື ຜູ້ໃໝ່ ຕ້ອງໄດ້ເອົາໃຈໃສ່ຍາດແຍ່ງແລກປ່ຽນຄວາມຮູ້ນໍາຄະນະຮັບຜິດຊອບທາງສູນກາງ ຫຼື ຖ້າຫາກຜູ້ເກົ່າຖືກແຕ່ງຕັ້ງໄປຮັບຜິດຊອບວຽກງານອື່ນກໍຂໍໃຫ້ມອບວຽກ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ໃຫມ່ ຫຼື ພາຍໃນຄະນະຮັບຜິດຊອບນໍາກັນຢ່າງລະອຽດ ເພືີ່ອງ່າຍໃນຂອດການປະສານງານລະຫວ່າງສູນກາງ ແລະ ແຂວງ.
  2. ຕິດຕາມກວດກາຄືນການເຄືີ່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງແຂວງຕົນ ກ່ຽວກັບບັນດາເມນູ, ຄໍລໍາຕ່າງໆ ໃຫ້ມີການອັບເດດໃຫມ່ຕະຫຼອດ ແລະ ປະດິດສ້າງໃຫ້ມີສີສັນ.
  3. ສ້າງການພົວພັນ ແລະ ປະສານງານຢ່າງເປັນປົກກະຕິ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄືີ່ອນໄຫວຂອງເມືອງ ລົງໃນເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ.
  4. ເພີ່ມທະວີການພົວພັນປະສານງານລະຫວ່າງຜູ້ຮັບຜິດຊອບເວັບໄຊຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບທາງສູນກາງ ເພື່ອຫາວິທີທາງແກ້ໄຂຢ່າງຮີບດ່ວນ, ຜ່ານມາພວກເຮົາກໍມີມູນເຊື້ອທາງດ້ານຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກໍຂໍໃຫ້ຮັກສາມູນເຊື້ອ ເສີມຂະຫຍາຍດ້ານດີຢ່າງຕັ້ງໜ້າ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃຫ້ສໍາເລັດໄປເທື່ອລະກ້າວ.
  5. ຮີບຮ້ອນສືບຕໍ່ຈັດຕັ້ງປະຕິບັດການຊັບຊ້ອນບຸກຄະລາກອນ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເຂົ້າໃນວຽກງານດັ່ງກ່າວໃຫ້ສໍາເລັດໂດຍໄວ ເພື່ອຈະໄດ້ກະກຽມຝຶກອົບຮົມການນໍາໃຊ້ ແລະ ການບໍລິຫານຈັດການເວັບໄຊສ ໃນເວີຊັ່ນໃໝ່ໃຫ້ແຕ່ລະແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa