ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ

ໃນຕອນບ່າຍວັນທີ 30 ກໍລະກົດ 2026, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ຄະນະໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ. ໂດຍມີ ທ່ານ ຄຳໄຫຼ ລາດຊາບັນດິດ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນ ໃຫ້ການຕ້ອນຮັບ.

​ໃນໂອກາດນີ້, ທ່ານ ຄຳໄຫຼ ລາດຊາບັນດິດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2026, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ.
​ຈາກນັ້ນ, ທ່ານ ປະດິດ ວັນນະລັດສະໝີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້, ພ້ອມທັງມີຄຳເຫັນຊີ້ນຳໃຫ້ເອົາໃຈໃສ່ 3 ວຽກງານຈຸດສຸມ ຄື:
🔘 ​ວຽກງານການເມືອງ-ແນວຄິດ: ສືບຕໍ່ເອົາໃຈໃສ່ວຽກງານການເມືອງແນວຄິດ, ຜັນຂະຫຍາຍ ແລະ ເຜີຍແຜ່ບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຂອງພັກ-ລັດ ໃຫ້ເຂົ້າເຖິງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢ່າງກວ້າງຂວາງ.
🔘 ​ຍົກສູງຄຸນນະພາບວິຊາສະເພາະ: ເອົາໃຈໃສ່ວຽກງານປະຖະກະຖາ, ຝຶກອົບຮົມ, ແລະ ສົ່ງເສີມການນຳໃຊ້ເທັກໂນໂລຢີດິຈິຕອນ ເພື່ອເຂົ້າໃນວຽກງານ (AI) ໃຫ້ສອດຄ່ອງກັບຍຸກໃໝ່.
🔘 ​ການພັດທະນາຕາໜ່າງຂ່າວສານ: ສ້າງ ແລະ ພັດທະນານັກຂ່າວຂັ້ນຮາກຖານ (ຕາແສງ ແລະ ບ້ານ) ເພື່ອຍົກສູງຄຸນນະພາບການໂຄສະນາຂ່າວສານໃຫ້ທັນສະພາບຕົວຈິງ.

​ການລົງຢ້ຽມຢາມຄັ້ງນີ້ ເປັນການຊຸກຍູ້ ແລະ ຍົກສູງປະສິດທິພາບວຽກງານໂຄສະນາອົບຮົມຂອງເມືອງບາຈຽງຈະເລີນສຸກ ໃຫ້ເຂັ້ມແຂງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນຕາມທິດທາງຂອງພັກໄລຍະໃໝ່.
ຂ່າວ-ພາບ: ນາງ ອຳໄພວັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa