
ໃນຕອນບ່າຍ ຂອງວັນທີ 14 ມັງກອນ 2025 ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີເຊື່ອມຊືມເອກະສານ 4 ບົດຂື້ນທີ່ສະໂມສອນຫຼັກ4 ພາຍໃຕ້ການເປັນປະທານຂອງທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ສອນສະຫວັນ ສີວິໄລ ກຳມະການພັກແຂວງ ປະທານກຳມະບານແຂວງ, ມີເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກຮາກຖານໃນທົ່ວຂົງເຂດການເມືອງ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮວ່ມ ທັງໝົດ 109 ສະຫາຍ, ຍິງ 44 ສະຫາຍ.
ການເຊື່ອມຊຶມໃນຄັ້ງນີ້ແມ່ນໄດ້ດຳເນີນເປັນເວລາ 1 ຄາບເຊີ່ງບົດຮຽນທັງໝົດປະກອບມີ 4 ບົດຄື:
ບົດທີ1: ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.
ບົດທີ 2 : ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງຂອງພັກ.
ບົດທີ 3: ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.
ບົດທີ 4: ເດັດດ່ຽວການແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ.


ຈຸດປະສົງໃນການຈັດຕັ້ງພິທີຄັ້ງນີ້ ທ່ານປະທານໄດ້ສຸມໃສ່ເນັ້ນໜັກແກ່ບັນດາສະມາຊິກພັກ-ພະນັກງານ ໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບຄວາມຫມາຍ ແລະ ຄວາມສໍາຄັນຂອງການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກດັ່ງນີ້:
1. ເຂົ້າໃຈກ່ຽວກັບເນື້ອໃນຕ້ອງກໍາແໜ້ນໃນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ເປັນເຈົ້າການນໍາເອົາມະຕິກອງປະຊຸມໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນເປັນຈິງ.
2. ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ຫນັກແຫນ້ນ, ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກໃຫ້ຖືກຕ້ອງຕາມກົດລະບຽບພັກ; ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂຕາມທີ່ກໍານົດໄວ້ ເຊິ່ງຈະປະກອບເຂົ້າໃນການຈັດຕັ້ງເເຕ່ລະຂັ້ນຂອງລະບົບການເມືອງ, ເພື່ອບຸກທະລຸການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານຂອງຂະແຫນງການ, ທ້ອງຖິ່ນ, ສາມາດຕອບສະຫນອງ ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງໃນໄລຍະໃຫມ່ ເພື່ອສ້າງຄວາມເຊື່ອຫມັ້ນ ແລະ ສັດທາ ຂອງມະຫາຊົນ ຕໍ່ການນໍາພາຂອງຄະນະພັກແຕ່ລະຂັ້ນ ກໍຄືພະນັກງານ-ສະມາຊິກພັກ.
