ຄະນະໂຄສະນາອົບຮົມເມືືງສຸຂຸມາ ແຂວງຈຳປາສັກ ຈັດພິທີໂຄສະນາ-ປາຖະກະຖາ ວັນສຳຄັນຕ່າງໆ ຂອງພັກ ຂອງຊາດ

ໃນຕອນເຊົ້າ ຂອງວັນທີ 14 ຕຸລາ 2024 ຄະນະໂຄສະນາອົບຮົມເມືືງສຸຂຸມາ ໄດ້ຈັດພິທີ ໂຄສະນາ-ປາຖະກະຖາ ວັນສ້າງຕັ້ງການທູດລາວ 12.10.1945–12.10. 2024 (ຄົບຮອບ 79 ປີ), ວັນປະກາດເອກະລາດ 12.10.1945-12.10.2024 (ຄົບຮອບ 79 ປີ), ວັນລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຂອງ ສປປ ລາວ 17.10.1987 ແລະ 17-24.10.2003 ຫາ 2024 (ຄົບຮອບ 37 ປີ ແລະ ຄົບຮອບ 21 ປີ) ແລະ ວັນຊາດ ສ.ປ ຈີນ 1.10. 1949-1.10.2024 (ຄົບຮອບ75 ປີ); ພິທີໄດ້ຈັດຂຶ້ນ ທີ່ ສະໂມສອນຂອງເມືອງ: ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຄຳສິງ ໄຊຍະພອນ ຄະນະປະຈຳພັກເມືອງ ປະທານ ແນວລາວສ້າງຊາດເມືອງສຸຂຸມາ ພ້ອມທັງໃຫ້ກຽດ ປາຖະກະຖາ 2 ເອກະສານຄື: ວັນລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຂອງ ສປປ ລາວ 17.10.1987 ແລະ 17-24.10.2003 ຫາ 2024 (ຄົບຮອບ 37 ປີ ແລະ ຄົບຮອບ 21 ປີ) ແລະ ວັນປະກາດເອກະລາດ 12.10.1945-12.10.2024 (ຄົບຮອບ 79 ປີ). ທ່ານ ບົວລຽນ ເຜີຍບຸນຊົມ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງສຸຂຸມາ ໃຫ້ກຽດ ຂື້ນປາຖະກະຖາ 2 ເອກະສານຄື: ວັນສ້າງຕັ້ງການທູດລາວ 12.10.1945-12.10. 2024 (ຄົບຮອບ 79 ປີ) ແລະ ວັນຊາດ ສ.ປ ຈີນ 1.10. 1949-1.10.2024 (ຄົບຮອບ75 ປີ). ເຂົ້າຮ່ວມຮັບຟັງຄັ້ງນີ້ມີ: ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ກອງກໍ່ສ້າງຮາກຖານແຂວງ, ພະນັກງານ-ສະມາຊິກພັກອ້ອມຂ້າງເມືອງ, ກຳລັງປະກອບອາວຸດ 2 ກຳລັງ, ເລຂາຄະນະພັກຮາກຖານ 6 ກຸ່ມບ້ານ ແລະ 4 ບ້ານໃຫຍ່: ມີຈຳນວນ ທັງໝົດ 107 ຄົນ, ຍິງ 23 ຄົນ.




